(vovworld) - ຕອນບ່າຍວັນທີ 17/09 (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ ຢູ່ Margarita, ເວເນຊຸເອລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ໄດ້ມີການພົບປະ 2 ຝ່າຍກັບ ປະທານາທິບໍດີ El Salvador, ນາຍົກລັດຖະມົນຕີ Haiti, ລັດຖະມົນຕີການຕ່າງປະເທດ Burundi.
ໃນການພົບປະກັບທ່ານປະທານາທິບໍດີ El Salvador, Sanchez Ceren, 2 ຝ່າຍໄດ້ເຫັນດີຖືວ່າ, ໃນໄລຍະຈະມາເຖິງຕ້ອງຊຸກຍູ້ການເຈລະຈາ, ລົງນາມໃນບັນດາສັນຍາຮ່ວມມື ເພື່ອແນໃສ່ສ້າງກອບກົດໝາຍໃຫ້ແກ່ການຮ່ວມມືຢ່າງໝັ້ນຄົງ, ຍາວນານ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ… ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍສະເໜີໃຫ້ El Salvador ຖະແຫຼງຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ ໂດຍໄວ.
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ Haiti, Enex Jean Charles, 2 ຝ່າຍໄດ້ເນັ້ນໜັກວ່າ, ໃນໄລຍະຈະມາເຖິງຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຂະແໜງການ ແລະ ວິສາຫະກິດ, ສ້າງເງື່ອນໄຂ, ໜູນຊ່ວຍວິສາຫະກິດ 2 ປະເທດຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງໝັ້ນຄົງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນບັນດາຂົງເຂດທີມີຄວາມສາມາດບົ່ມຊ້ອນຄື: ໂທລະຄົມມະນາຄົມ, ກະສິກຳ, ການຄ້າເຂົ້າສານ …
ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດ Burundi, Alain Aime Nyamitwe, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີ Nyamitwe ໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ລົງນາມໃນສັນຍາການຄ້າສະບັບຕ່າງໆຄື: ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສັນຍາຫຼີກລ້ຽງການຈັດວາງພາສີຊ້ອນ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ Burundi ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ໂຄງການໂທລະຄົມມະນາຄົມ Lumitel, ເປັນປະຖົມປັດໃຈເປີດກາລະໂອກາດຮ່ວມມືໃນຂົງເຂດອື່ນໆ ໃນໄລຍະຈະມາເຖິງ.