ຮອງນາຍົກລັດຖະມົນຕີຟ້າມບີ່ງມິງພົບປະກັນນາຍົກລັດຖະມົນຕີຈີນຫຼີເຄີຊຽນ

ຮອງນາຍົກລັດຖະມົນຕີຟ້າມບີ່ງມິງພົບປະກັນນາຍົກລັດຖະມົນຕີຈີນຫຼີເຄີຊຽນ - ảnh 1
ທ່ານ​ ຟ້າ​ມບີ່​ງມິ​ງ ແລະ ​ທ່ານ​ ຫຼີ​ເຄີ​ຊຽນ
(ພາບ: Yến Kiên/TTXVN)

(vovworld) –  ຕອນ​ບ່າຍ​ວັນ​ທີ 23/3, ​ເນື່ອງ​​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນສູງ​ຮ່ວມ​ມື​ແມ່​ນຳ້ຂອງ - ລ້າງ​ຊ້າງ ຢູ່​ຊານ​ຢາ, ​ແຂວງ ​ໄຮ​ໜານ, ປະ​ເທດ ຈີນ, ທ່ານ​ ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ ຫຼີ​ເຄີ​ຊຽນ, ນາ​ຍົກລັດຖະມົນຕີ ຈີນ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນ​ວ່າ: ຍາມ​​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິ​ດຕະພາບ, ການ​ຮ່ວມ​ມື​ຮອບດ້ານ ກັບ ຈີນ, ສະ​ເໜີ​ບັນດາ​ຂໍ​້ສະ​ເໜີ​ແນະ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ​້ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວມທີ່​ບັນລຸ​ໄດ້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ. ກ່ຽວ​ກັບ​ບັນຫາ​ທະ​ເລ, ທ່ານ ຟ້າ​ມບີ່​ງມິ​ງ ສະ​ເໜີ​ໃຫ້​ຝ່າຍ ຈີນ ພ້ອມ​ກັນ​ປະຕິບັດ​ບັນດາ​ຂໍ​້ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວມຂັ້ນ​ສູງ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ການ​ຂັດ​ແຍ້​ງກັນ​ບົນ​ພື້ນຖານ​ກົດ​ໝາຍສາກົນ, ບໍ່​ປະ​ໃຫ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນຮ່ວມ​ມື​ມິດ​ຕະພາບ ຫວຽດນາມ - ຈີນ.

        ສ່ວນ​ທ່ານ ຫຼີ​ເຄີ​ຊຽນ, ນາຍົກລັດຖະມົນຕີ ຈີນ ​ເຫັນ​ດີ​ເປັນ​ເອກະສັນວ່າ 2 ຝ່າຍ​ຮັກສາ​ການ​​ແລກປ່ຽນ​ຂັ້ນ​ສູງ, ພ້ອມ​​ແລ້ວ​ຈະເພີ່ມ​ທະວີ​ການ​ພົວພັນແລກປ່ຽນ​ປະຊາຊົນ, ​ເສີມ​ຂະຫຍາຍ​ບັນດາ​ກຸ່ມ​ປະຕິບັດ​ງານ​ຢ່າງ​ມີ​ປະສິດ​ທິຜົນ, ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ ​ມີ​ຄວາມ​ກຄື​ບ​ໜ້າດີ, ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຈີນ - ຫວຽດນາມ ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

        ກ່ອນ​ໜ້າ​ນັ້ນ, ທ່ານ ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ Arkady Dvorkovich, ຮອງ​ນາຍົກລັດຖະມົນຕີ ສະຫະພັນ ລັດ​ເຊຍ.


ຂ່າວ/ບົດ​ອື່ນ