ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອາເມລິກາ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອາເມລິກາ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ບິ່ງ​ມິງ​ພົບ​ປະ​ກັບ
​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ)

(vovworld) - ໃນ​ຂອບ​ເຂດ​ການ​ເຄື່ອນ​ໄ​ຫວ​ຕ່າງໆ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ສະ​ມັດ​ຊ​າ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 71, ຢູ່​ນິວຢອກ, ອາ​ເມ​ລິ​ກາ. ຕອນ​ເຊົ້າ​ວັນ 22/09 (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ທີ່​ໜຶ່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Antony blinken. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ, 2 ຝ່າຍ​ຄວນສືບ​ຕໍ່​​ເພີ່ມ​ທະ​ວີ​ການແລກ​ປ່ຽນ ແລະ ເຈ​ລະ​ຈາ​ຢູ່​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​​ທຸກ​ດ້ານເຊິ່ງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ຢູ່​ທັງ 3 ​ລະ​ດັບ​ຄື 2 ຝ່າຍ, ພາກ​ພື້ນ ແລະ ທົ່ວ​ໂລກ. ສ່ວນ​ທ່ານ Antony blinken ຖື​ວ່າ, 2 ຝ່າຍຄວນ​ນຳ​ໃຊ້​ການ​ພົວ​ພັນ​ອັນ​ຕັ້ງ​ໜ​້າ, ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ເຈ​ລະ​ຈາ ແລະ ແລກ​ປ່ຽນ​ຄະ​ນ​ະ​ຜູ້​ແທນ​ທຸກ​ຂັ້ນ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ.

        2 ຝ່າຍ​ໄດ້​ແບ່ງ​ປັນ​ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາບ​ການ​ເມືອງ - ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ດາ​ສິ່ງ​ທ້າ​ທາຍກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ. 2 ຝ່າຍ​ໄດ້ແລກ​ປ່ຽນ​ກ່ຽວ​ກັບ​ການ​ຊຸກຍ​ູ້​ວິ​ວັດ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບວິ​ວັດ​ທະ​ນາ​ການ​ທາງ​ການ​ທູດ ແລະ ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ, ບົນ​ພື້ນ​ຖານ​ເ​ຄົາ​ລົບກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂ​ອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) 1982 ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ເ​ີ​ລີ​ໃນ​ການ​ເດ​ີນ​ທະ​ເລ, ການ​ບິນ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ.

        ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ມີ​ການ​ເຈ​ລະ​ຈາ​ໂຕະ​ມົນ​ກັບ 25 ​ວິ​ສາ​ຫະ​ກິດແຖວ​ໜາ້​ຂອງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ