ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຢູ່ເວເນຊູເອລາ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຢູ່ເວເນຊູເອລາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ
(ພາບ​ປະ​ກອບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 17/09, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເດີນ​ທາງ​ໄປ​ເຖິງ​ເກາະ Margaria, ປະ​ເທດ ເວ​ເນ​ຊູ​ເອ​ລາ, ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ (NAM) ຄັ້ງ​ທີ 17. ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ 1 ເວ​ເນ​ຊູ​ເອ​ລາ Aristobulo Izturiz ເປັນ​​ເຈົ້າ​ພາບ​ພິ​ທີ​ຕ​້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຢູ່​ສະ​ໜາມ​ບິນ. ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ມີ​ບົດ​ກ່າວ​ໄປ​ໄສ​ເປັນ​ທາງ​ການ​ທີ່ກອງ​ປະ​ຊຸມ.

        ໄ​ລ່​ຮອດ​ຈຸດ​ເວ​ລານີ້, ຕາມ​ຕົວ​ເລກ​ທາງ​ການ​ຂອງ​ຄະ​ນະ​ຈັດ​ຕັ້ງ, ໄດ້​ມີ 128 ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງມີ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ໃນ​ນັ້ນ​ມີ 108 ປະ​ເທດ​ສະ​ມາ​ຊິກ​ທ​າງ​ການ, 6 ປະ​ເທດ​ສັງ​ເກດ​ການ, 8 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ 6 ຄະ​ນະ​ຜູ້​ແທນ​ເຊິ່ງ​ແມ່ນ​ແຂກ​ກິ​ຕິ​ມະ​ສັກ...
ຂ່າວ/ບົດ​ອື່ນ