(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມອາເມລິກາ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 21/04. ໃນວັນທີ 20/04, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ແລະ ທ່ານ Herbert Raymond McMaster, ທິ່ປຶກສາສະພາປ້ອງກັນຄວາມສະຫງົບແຫ່ງຊາດ, ພົບປະກັບທ່ານລັດຖະມົນຕີກະຊວງການເງິນ Steven Mnuchin. ທີ່ການເຈລະຈາກັບທ່ານລັດຖະມົນຕີ Rex Tillerson ແລະ ທ່ານ Herbert Raymond McMaster, ທິ່ປຶກສາສະພາປ້ອງກັນຄວາມສະຫງົບແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະເຮັດວຽກກັບອຳນາດການປົກຄອງໃໝ່ຂອງອາເມລິກາ ເພື່ອແນໃສ່ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານເຂັ້ມແຂງ, ໝັ້ນຄົງ, ຍາວນານ, ເລິກເຊິ່ງກວ່າ, ສ້າງສັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ລະບອບການເມືອງ, ເພື່ອຜົນປະໂຫຍດຂອງ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ ແລະ ໃນໂລກ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາວ່າ, ການພົວພັນລະຫວ່າງ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນ, ກາລະໂອກາດຮ່ວມມືຫຼາຍຢ່າງທັງ 2 ຝ່າຍ, ພາກພື້ນ ແລະ ສາກົນ; ຖືວ່າ 2 ຝ່າຍຕ້ອງຮັກສາທ່າພັດທະນາການພົວພັນດ້ານເສດຖະກິດ, ການຄ້າ; ເພີ່ມທະວີການຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ… ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສົ່ງຈົດໝາຍໂດຍກົງ ແລະ ສົ່ງຄຳເຊື້ອເຊີນຂອງທ່ານປະທານປະເທດ ເຈີນດ້າຍກວາງ ທີ່ເຊີນທ່ານປະທານາທິບໍດິອາເມລິກາ Donald Trump ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2017 ແລະ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ແລະ ທ່ານ Herbert Raymond McMaster, ທິ່ປຶກສາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ໄດ້ສົ່ງຄຳຂອບໃຈຂອງທ່ານປະທານາທິບໍດີ Donald Trump ແລະ ຢືນຢັນວ່າ, ທ່ານປະທານາທິບໍດີ Donald Trump ຈະຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2017 ຢູ່ຫວຽດນາມ.
ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ແລະ ທ່ານ Herbert Raymond McMaster, ທິ່ປຶກສາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ຢືນຢັນວ່າ, ອຳນາດການປົກຄອງໃໝ່ອາເມລິກາ ສືບຕໍ່ຖືເປັນສຳຄັນ ແລະ ສະໜັບສະໜູນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ. ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານ Rex Tillerson ແລະ ທ່ານ McMaster ໄດ້ຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງການຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ໂດຍອີງໃສ່ບັນດາວິວັດທະນາການທາງການທູດ ແລະ ກົດໝາຍ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ເຄົາລົບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກ້າວໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
ໃນການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ທ່ານລັດຖະມົນຕີກະຊວງການເງິນ Steven Mnuchin ປາດຖະໜາວ່າ 2 ຝ່າຍສືບຕໍ່ຮ່ວມມືເພື່ອຊຸກຍູ້ການພົວພັນດ້ານການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.