ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ຟ້າມບີ່ງມິງເຂົ້າຮ່ວມງານລ້ຽງບັນດາລັດຖະມົນຕີອາຊຽນ
(ພາບ: Nguyễn Chí Giáp/TTXVN)
|
(vovworld) – ຕອນຄ່ຳວັນທີ 25/4, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ມາເລເຊຍ Anifah Aman ພ້ອມກັບລັດຖະມົນຕີວ່າການກະຊວງການຄ້າສາກົນ ແລະ ອຸດສາຫະກຳ Mustapa Mohamed ເປັນເຈົ້າພາບຈັດງານລ້ຽງຊົມເຊີຍ ລັດຖະມົນຕີວ່າການກະຊວງການຕ່າງປະເທດ 10 ທ່ານ ແລະ ລັດຖະມົນຕີວ່າການກະຊວງເສດຖະກິດ 10 ທ່ານ ຂອງບັນດາປະເທດ ອາຊຽນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີວ່າການກະຊວງ ອຸດສາຫະກຳ - ການຄ້າ ຫວູຮູຍຮ່ວາງ ຂອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin ເນັ້ນໜັກວ່າ: ຄວາມມານະພະຍາຍາມຂອງບັນດາປະເທດ ອາຊຽນ ແມ່ນກໍ່ສ້າງຕະຫຼາດເຊື່ອມຕໍ່ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມືພາຍໃນກຸ່ມ ກໍ່ຄືບັນດາຄູ່ຮ່ວມມືນອກກຸ່ມ ອາຊຽນ.
ວັນທີ 26/4, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມບັນດາ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ບັນດາປະເທດ ອາຊຽນ (AMM) ແລະ ບາງກອງປະຊຸມກ່ຽວຂ້ອງໃນກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 26, ທີ່ຈັດຕັ້ງໃນວັນທີ 26 – 27/4 ຢູ່ Kuala Lumpur ແລະ Langkawi, ປະເທດ ມາເລເຊຍ.