ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມຟ້າມບີ່ງມີງຢ້ຽມຢາມໄທ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມຟ້າມບີ່ງມີງຢ້ຽມຢາມໄທ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີໄທ ທະນະ​ສັກ ປະຕິມາ ປຣະກອນ
ຕ້ອນຮັບ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມບີ່​ງມີ​ງ ​
(ພາບ: TTXVN)


(vovworld) – ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ໄທ ​ໃນ​ລະຫວ່າງ​ວັນ​ທີ 24-26/5/2015 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ,​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄທ ທະນະ​ສັກ ປະຕິມາ ປຣະກອນ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ຄັ້ງ​ທີ 3 ລະຫວ່າງ​ລັດຖະບານ 2 ປະ​ເທດ.​ ວັນ​ທີ 25/5/2015, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານຮອງ​ນາຍົກລັດຖະມົນຕີ,​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄທ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຊີ້​ນຳ​ນຳ​ພາ​ການ​ປະຕິບັດ​ໂຄງການ​ກະທຳ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດໄລຍະ
2014-2018​ ​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໄທ ​ເມື່ອ​ເດືອນ 11/2014 ​ແລະ ບັນດາ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການ​ປະສົມ ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ-​ໄທ ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ (19-21/3/2015). 2 ຝ່າຍ​ກໍ​ເຫັນ​ດີ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ເຊື່ອມ​ຕໍ່​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ການທ່ອງທ່ຽວມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ-​ໄທ ​ໃນ​ປີ 2016 ​ກ່ວາ​ອີກ. ນາຍົກລັດຖະມົນຕີທັງ 2 ທ່ານ  ກໍ​ແລກປ່ຽນ ກ່ຽວ​ກັບບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ, ​ໃນ​ນັ້ນ​ມີ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ແລະ ສະພາບ​ການຢູ່​ທະ​ເລ​ຕາ​ເວັນ​ອອກ.
ຂ່າວ/ບົດ​ອື່ນ