ຮອງນາຍົກລັດຖະມົນຕີວູ້ດຶກດາມ ໄດ້ລົງໄປອວຍພອນປີໃໝ່ບັນດາສິລະປີນ


    ຮອງນາຍົກລັດຖະມົນຕີວູ້ດຶກດາມ ໄດ້ລົງໄປອວຍພອນປີໃໝ່ບັນດາສິລະປີນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ລົງ​ໄປ​ອວຍ​ພອນ​ປີ​ໃໝ່ ສິ​ລະ​ປີນ​ປະ​ຊາ​ຊົນ ຈູ​ກີງ

(vovworld) - ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ຣະ​ກາ 2017, ຕອນ​ເຊົ້າ​ວັນ​ທີ 26/1, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ລົງ​ໄປ​ອວຍ​ພອນ​ປີ​ໃໝ່ ສິ​ລະ​ປີນ​ປະ​ຊາ​ຊົນ ຈູ​ກີງ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ມາ​ວັນ​ຄາງ, ສິ​ລະ​ປີນ​ດີ​ເດັ່ນ ແທງ​ລ​ວານ, ທີ່​ບັນ​ດາ​ຄອບ​ຄົວ​ທີ່ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ລົງຢ້ຽມ​ຢາມ, ທ່ານ​ລ້ວນ​ແຕ່​ຕີ​ລາ​ຕາ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ບັນ​ດາ​ສິ​ລະ​ປີນ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ, ເພີ່ມ​ພຸນ​ຄູນ​ສ້າງບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ຫວັງ​ວ່າ ບັນ​ດາ​ສິ​ລະ​ປີນ​ສືບ​ຕໍ່​ປະ​ກອບ​ສ່ວນ​, ເຮັດໃຫ້​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ​ຖືກ​ແຜ່​ຂະ​ຫຍາຍ​ອອກ​ສູ່​ວົງ​ກ້​ວາງ, ມີ​ລັກ​ສະ​ນະ​ທັນ​ສະ​ໄໝ, ເຊື່ອມ​ໂຍງ, ແຕ່​ກໍ​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ສີ​ສັນ​ຊາດ.

ຂ່າວ/ບົດ​ອື່ນ