ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານຂັ້ນສູງກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບຮອງປະທານຂັ້ນສູງກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ
(ພາບ: VGP)
(vovworld) – ທີ່ການຕ້ອນຮັບທ່ານ Nobuyori Kodaira, ຮອງປະທານຂັ້ນສູງກຸ່ມບໍລິສັດໂຕໂຢຕາຂອງຍີ່ປຸ່ນ ໃນຕອນບ່າຍວັນທີ 12/03, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນອັບດັບໜຶ່ງຂອງຫວຽດນາມ. ມາຮອດປະຈຸບັນ, ຍີ່ປຸ່ນ ແມ່ນໜຶ່ງໃນບັນດາປະເທດໄດ້ອຸປະຖຳໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ຫຼາຍກວ່າໝູ່ໃຫ້ແກ່ຫວຽດນາມ, ແມ່ນນັກລົງທຶນ ແລະ ຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ໄດ້ອະນຸມັດຜ່ານຍຸດທະສາດພັດທະນາຂະແໜງອຸດສາຫະກຳລົດໂອໂຕຮອດປີ 2025, ວິໄສທັດຮອດປີ 2035 ແລະ ແຜນການພັດທະນາຂະແໜງອຸດສາຫະກຳລົດໂອໂຕຮອດປີ 2020, ວິໄສທັດຮອດປີ 2030. ທ່ານຮອງນາຍົກສະເໜີໃຫ້ກຸ່ມບໍລິສັດໂຕໂຢຕາ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ກາຍເປັນແຫ່ງສະໜອງເຄື່ອງອາໄລ່ໃຫ້ກຸ່ມບໍລິສັດໂຕໂຢຕາ ໃນໄລຍະຈະມາເຖິງ.
ສ່ວນທ່ານ Nobuyori Kodaira ສະເໜີໃຫ້ລັດຖະບານຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຍີ່ປຸ່ນລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.