ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ - ảnh 1
ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ
(ພາບ: VGP/Lê Sơn)

(vovworld) – ຕອນ​ບ່າຍ​ວັນ​ທີ 10/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ຊວນ​ຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ David Shear, ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ​ເຂົ້າ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ຊວນ​ຟຸກ ສະ​​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ບາດກ້າວພັດທະນາ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ກາ​ນພົວພັນ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ, ຖື​ວ່າ: ​ໃນ​ຜົນ​ງານ​ຮ່ວມ​ມື​ລວມລະຫວ່າງ 2 ປະ​ເທດ​ມີ​ການ​ປະກອບສ່ວນ​ຕັ້ງໜ້າ​, ມີ​ປະສິດທິ​ຜົນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ ອາ​ເມ​ລິ​ກາ ​ເຮັດ​ໃຫ້​ນຳ​ການ​ພົວພັນ​ຮ່ວມມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ​​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະ​ສິດທິຜົນ. ພ້ອມ​ທັງ, ປາດ​ຖະໜາ​ວ່າ: ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບປະ​ເທດ ຫວຽດນາມ ທີ່​ສວຍ​ງາມ, ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ເອກ​ອັກຄະ​ລັດຖະທູດຈະ​ສືບ​ຕໍ່​ມີ​ການ​ປະກອບ​ສ່ວນ​ຢ່າງຕັ້ງໜ້າ​ເພື່ອ​ແນ​ໃສ່​ຊຸກຍູ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຂຶ້ນ​ຕື່ມ.

    ທ່ານ​ເອກ​ອັກຄະ​ລັດຖະທູດ David Shear, ຢືນຢັນ​ວ່າ: ​ເຖິງ​ວ່າຈະ​ຢູ່ໃນ​ຖານະ​ຕຳ​ແໜ່​ງ​​ໃດ​ກໍ່ຕາມ, ທ່ານ​ກໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄຸນ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.




ຂ່າວ/ບົດ​ອື່ນ