ຮອງນາຍົກລັດຖະມົນຕີຫງວຽນຊວນຟຸ໋ກພົບປະເຈລະຈາກັບຮອງນາຍົກລັດຖະມົນຕີຈີນ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ພົບ
ກັບຮອງນາຍົກລັດຖະມົນຕີ ຈີນ ຄາງກາວລີ່
(ພາບ: VGP/leson)
(vovworld) – ໃນການຢ້ຽມຢາມ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານວາງສະແດງ ຈີນ - ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ ຄັ້ງທີ 12 ຢູ່ ກວາງຊີ ປະເທດ ຈີນ, ຕອນບ່າຍວັນທີ 15/9 ຢູ່ ປັກກິ່ງ ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ພົບປະເຈລະຈາກັບຮອງນາຍົກລັດຖະມົນຕີ ຈີນ ຄາງກາວລີ່. 2 ຝ່າຍເຫັນດີສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນສູງ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ; ຊຸກຍູ້ບັນດາຂົງເຂດຮ່ວມມືເສດຖະກິດການຄ້າ, ການລົງທຶນ, ການເງິນເງິນຕາ, ເຊື່ອມຕໍ່ພື້ນຖານໂຄງລ່າງ. 2 ຝ່າຍເຫັນດີສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມື ແລະ ພັດທະນາເສດຖະກິດເຂດຊາຍແດນລະຫວ່າງ 2 ປະເທດ; ສຳເລັດບັນດາລະບຽບການອະນຸມັດພາຍໃນ ເພື່ອເຊັນສັນຍາການເດີນເຮືອຢູ່ເຂດໄປມາຢ່າງເສລີຢູ່ປາກແມ່ນ້ຳ ໃຝຫລ໋ວນ ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາການພົວພັນມິດຕະພາບກັບ ຈີນ ແລະ ປາດຖະໜາຢາກພ້ອມກັບ ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາແທດຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດຢ່າງແທ້ຈິງ. ກ່ຽວກັບບັນຫາບົນທະເລ, 2 ຝ່າຍເຫັນດີພ້ອມກັນຄວບຄຸມຄວາມບໍ່ລົງລອຍdaoບົນທະເລ, ບໍ່ມີການກະທຳເຮັດໃຫ້ເກີດຄວາມສັບສົນ, ເປີກກ້ວາງການຂັດແຍ້ງ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ; ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982.
ພາຍຫລັງການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ແລະ ທ່ານຮອງນາຍົກລັດຖະມົນຕີ ຄາງກາວລີ່ ເປັນສັກຂີພິຍານພິທີເຊັນເອກະສານການຮ່ວມມືບາງສະບັບ ລວມມີ: “ສັນຍາການຮ່ວມມືເສດຖະກິດ, ເຕັກນິກກ່ຽວກັບການສະໜອງບ້ວງເງິນຊ່ວຍເຫຼືອລ້າລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ຈີນ” ແລະ “ບົດບັນທຶກວາລະດຳເນີນກອງປະຊຸມຄັ້ງທີ 1 ກຸ່ມປະຕິບັດງານຮ່ວມມືກ່ຽວກັບເງິນຕາລະຫວ່າງທະນາຄານແຫ່ງລັດ ຫວຽດນາມ ແລະ ທະນາຄານປະຊາຊົນ ຈີນ”.