ກອງປະຊຸມສົ່ງເສີມການລົງທຶນ ແລະ ໂຄສະນາເຜີຍແຜ່
ການທ່ອງທ່ຽວ ແຂວງ ກວາງບິ່ງ ປີ 2015
(vovworld) – ຕອນບ່າຍວັນທີ 14/8, ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນ ແລະ ໂຄສະນາເຜີຍແຜ່ການທ່ອງທ່ຽວ ແຂວງ ກວາງບິ່ງ ປີ 2015, ທ່ານ ຫງວຽນຊວນຟູກ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ສະເໜີແຂວງ ກວາງບິ່ງ ສືບຕໍ່ປະຕິຮູບດ້ານບໍລິຫານໃຫ້ເຂັ້ມແຂງກ່ວາ ຊຶ່ງພິເສດແມ່ນລະບຽບການບໍລິຫານ ເພື່ອຮັກສາການຄຸ້ມຄອງແຫ່ງລັດ, ຍົກສູງດັດສະນີແກ່ງແຍ້ງ, ພິເສດແມ່ນປັບປຸງສະພາບແວດລ້ອມການລົງທຶນ, ດຳເນີນທຸລະກິດໃນບໍລິເວນແຂວງ.
ກອງປະຊຸມດັ່ງກ່າວໂດຍຄະນະກຳມະການປະຊາຊົນແຂວງ ກວາງບິ່ງ ສົມທົບກັບທະນາຄານຫຸ້ນສ່ວນການຄ້າການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ຈັດຕັ້ງ. ເຂົ້າຮ່ວມກອງປະຊຸມຜູ້ແທນປະມານ 350 ທ່ານ, ເປັນຜູ້ຕາງໜ້າບັນດາວິສາຫະກິດພາຍໃນປະເທດ ແລະ ຕ່າງປະເທດ, ບັນດານັກໄຈ້ແຍກເສດຖະກິດອັນດັບໜຶ່ງຂອງ ຫວຽດນາມ. ປະຈຸບັນ, ແຂວງ ກວາງບິ່ງ ມີ 34 ໂຄງການ ທີ່ຮຽກຮ້ອງການລົງທຶນພັດທະນາການຄ້າ ແລະ ການທ່ອງທ່ຽວ ແລະ 1 ໂຄງການລົງທຶນດ້ານ ພື້ນຖານ ໂຄງລ່າງ ດ້ວຍຍອດເງິນລົງທຶນເກືອບ 23.000 ຕື້ດົ່ງ.