ຮອງນາຍົກລັດຖະມົນຕີຫງວຽນຊວນຟູ໋ກເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດການຄ້າຫວຽດນາມ-ຈີນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟູ໋ກເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດການຄ້າຫວຽດນາມ-ຈີນ - ảnh 1
(ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ເຂົ້າຮ່ວມເວທີ​
ປາ​ໄສ​ການຮ່ວມ​ມື​ເສດຖະກິດ​ການ​ຄ້າ ຫວຽດນາມ - ຈີນ)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ ຈີນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ, ຕອນ​ເຊົ້າ​ວັນ​ທີ 17/9, ຢູ່ ປັກ​ກິ່ງ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽ​ດນາມ ​ແລະ ຄະນະ​ກຳມະການ​ສົ່ງ​ເສີມ​ການ​ຄ້າ​ສາກົນ ຈີນ ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ການຮ່ວມ​ມື​ເສດຖະກິດ​ການ​ຄ້າ ຫວຽດນາມ - ຈີນ ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ວິ​ສາ​ຫະກິດ ​ແລະ ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຮັບຜິດຊອບ​ດ້ານ​ເສດຖະກິດ - ການ​ຄ້າຂອງ 2 ຝ່າຍ​ເກືອບ 300 ທ່ານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ​ແລະ ທ່ານ​ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຫົວໜ້າ​ຄະນະ​ຕິດ​ຕໍ່​ການ​ພົວພັນຕ່າງ​ປະ​ເທດສູນ​ກາງ​ພັກ​ກອມ​ມູນິດ ຈີນ ວ໋າງ​ຈາ​ໄຣ ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ຢູ່​ເວທີ​ປາ​ໄສ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ພ້ອມ​ແລ້ວທີ່​ຈະ​ພ້ອມ​ກັບ​ລັດຖະບານ ຈີນ ຕັ້ງໜ້າ​ຄົ້ນຄວ້າ, ​ເຫັນ​ດີ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ ​ເພື່ອ​ສ້າງ​ເງື່ອນ​ໄຂ​​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ​ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າ, ລົງທຶນ​ຢ່າງ​ສະດວກສະບາຍ, ມີສະຖຽນ​ລະ​ພາບ; ສະ​ເໜີ​ບັນດາ​ວິ​ສາ​ຫະກິດ ຈີນ ​ເພີ່ມ​ທະວີ​ການນຳ​ເຂົ້າ​ບັນດາ​ຜະລິດ​ຕະພັນ ຫວຽດນາມ ທີ່ມີ​ທ່າ​ແຮງ​ຄື: ຜະລິດ​ຕະພັນກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນ້ຳ, ພິ​ເສດ​ແມ່ນ​ເຂົ້າສານ. ​ທ່ານ​ຮອງ​ປະທານສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ ຈີນ ວ໋າງ​ຈາ​ໄຣ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ການ​ໃໝ່, 2 ຝ່າຍ​ຕ້ອງ​ກຳ​ແໜ້ນ​ກາລະ​ໂອກາດ, ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ, ລົງ​ເລິກ​ເຂົ້າ​ໃນ​ການຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ, ຊຸກຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ສາມາດຜະລິດ, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ລະຫວ່າງ​​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ. ການ​ນຳ 2 ທ່ານ​​ໄດ້​ເປັນ​ສັກ​ຂີ​ພິຍານ​ພິທີ​ເຊັນ “ຂໍ້​ຕົກລົງ​ຮ່ວມ​ມື​ລະ​ຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ແລະ ຄະນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າ​ສາກົນ ຈີນ”.

        ​ແລະ​ກໍ່ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເລຂາເຂດ​ປົກຄອງດ້ວຍ​ຕົນ​ເອງ​ເຜົ່າ ​ຈວາງ, ກວາງຊີ ​ເຜີ​ງຈິ໋ງຄ໋ວາ ​ເຂົ້າ​ຢ້ຽມ​ຂ່ຳນັບ ​ເນື່ອງ​ໃນ​ໂອກາດ​ທ່ານ​ຮອງ​ນາ​ບົກ​ລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ​ເຂົ້າ​ຮ່ວມ​ງານ​ຕະຫລາດ​ນັດວາງສະ​ແດງ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ ການ​ລົງທຶນ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 12. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ກໍ​ເປັນ​ສັກຂີ​ພິຍານ​ພິທີ​​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ, ຫວຽດນາມ ​ແລະ ​ເຂດ​ປົກຄອງ​ດ້ວຍຕົນ​ເອງ​ເຜົ່າ ຈວາງ ກວາງຊີ, ຈີນ.

ຂ່າວ/ບົດ​ອື່ນ