ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ:ເສີມຂະຫຍາຍນ້ຳໃຈສາມັກຄີເພື່ອສ້າງສາແຂວງອຽນບ໋າຍໃຫ້ຮັ່ງມີເຂັ້ມແຂງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ:ເສີມຂະຫຍາຍນ້ຳໃຈສາມັກຄີເພື່ອສ້າງສາແຂວງອຽນບ໋າຍໃຫ້ຮັ່ງມີເຂັ້ມແຂງ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ
(ພາບ​ປະ​ກອບ)

(vovworld) – ​​ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ບັນ​ດາ​ເຜົ່າແຂວງ ອຽນ​ບ໋າຍ ຄັ້ງ​ທີ 2 ປີ 2014, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 3/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ ອຽນ​ບ໋າຍ ສືບ​ຕໍ່​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ຊົນ​ເຜົ່າ, ເສີມ​ຂະ​ຫຍາຍ​ນ້ຳ​ໃຈກຸ້ມ​ຕົນ​ເອງ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນດາ​ເຜົ່າ​ເພື່ອ​ສ້າງ​ສາ​ແຂວງ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ແຂວງ ອຽນ​ບ໋າຍ ຄວນ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ເຖິງ​ບັນ​ດາ​ເມືອງ​ທຸກ​ຍາ​ກ, ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ເອົາ​ໃຈ​ໃສ່​ເຖິງດ້ານ​ສຸ​ຂະ​ພາບ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ເອົາ​ໃຈ​ໃສ່ເຖິງ​ພາ​ລະ​ກິດ​ສຶກ​ສາ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ພ້ອມ​ທັງ​ສຸມ​ໃສ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຈຸດ​ດີ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ເຂົາ​ເຈົ້າ.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານມອບເງິນໃຫ້ ສຸກ​ສາ​ລາ 5 ແຫ່ງ, ແຫ່ງລະ 5 ຕື້​ດົ່ງ​ເພື່ອກໍ່​ສ້າງ ແລະ ຊື້​ວັດ​ຖຸ​ອຸ​ປະ​ກອນ.


ຂ່າວ/ບົດ​ອື່ນ