ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງກວາງນິງ
(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນສະຫລຸບການເຮັດວຽກ)
(vovworld) – ຕອນບ່າຍວັນທີ 7/9, ຢູ່ນະຄອນ ຮ້າລອງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ເປັນປະທານການເຮັດວຽກກັບການນຳຫລັກແຫລ່ງແຂວງ ກວາງນິງ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ 8 ເດືອນຕົ້ນປີ 2015, ວຽກງານຕໍ່ສູ້ປ້ອງກັນ, ຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ, ປະຕິຮູບລະບຽບການບໍລິຫານ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງໂດຍຝົນຕົກໜັກ ແລະ ນ້ຳຖ້ວມຄັ້ງປະຫວັດສາດ ເມື່ອວັນທີ 25/7 – 3/8/2015 ຜ່ານມາ. ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີແຂວງ ກວາງນິງ ຜັນຂະຫຍາຍບັນດາມາດຕະການຍົກສູງປະສິດທິຜົນ ແລະ ກຳລັງຄວາມແກ່ງແຍ້ງຂອງພື້ນຖານເສດຖະກິດ, ສຸມໃສ່ແຫລ່ງກຳລັງເພື່ອລົງທຶນພັດທະນາໂຄງລ່າງຢ່າງຄົບຊຸດ, ພ້ອມກັນນັ້ນ ແມ່ນການປ່ຽນໃໝ່ຮູບແບບເຕີບໂຕຕາມທິດເຂັ້ມແຂງກ່ວາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ ສືບຕໍ່ສ້າງເງື່ອນໄຂກ່ຽວກັບສະພາບແວດລ້ອມການລົງທຶນດຳເນີນທຸລະກິດໃຫ້ດີກ່ວາອີກ, ຜັນຂະຫຍາຍແຜນຮ່າງອຳນາດການປົກຄອງເອເລັກຕົງຢ່າງແຮງ ເພື່ອນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ພິເສດ ແມ່ນຕອບສະໜອງບັນດາການບໍລິການໂດຍກົງໃນລະດັບສູງໃຫ້ປະຊາຊົນ, ອັນໃດຍິ່ງເປີດເຜີຍ ກະຈ່າງແຈ້ງເທົ່າໃດກໍ່ຍິ່ງດີເທົ່ານັ້ນ. ນີ້ແມ່ນບັນດາສິ່ງ ຊຶ່ງແຂວງ ກວາງນິງ ຕ້ອງປະຕິບັດ ເພື່ອສືບຕໍ່ເປັນນຳໜ້າໃນການປະຕິຮູບດ້ານການບໍລິຫານທັງກົງຈັກ, ບັນຈຸພະນັກງານ, ເສັງຮັບສະໝັກລັດຖະກອນ, ຜັດປ່ຽນພະນັກງານ”.