ຮອງນາຍົກລັດຖະມົນຕີຫວູດຶກດາມ:ການສຶກສາຂັ້ນມະຫາວິທະຍາໄລຕ້ອງນຳໜ້າໃນການປ່ຽນໃໝ່ການສຶກສາ

ຮອງນາຍົກລັດຖະມົນຕີຫວູດຶກດາມ:ການສຶກສາຂັ້ນມະຫາວິທະຍາໄລຕ້ອງນຳໜ້າໃນການປ່ຽນໃໝ່ການສຶກສາ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ຮອງລັດຖະມົນຕີ ກະຊວງສືກສາ ແລະ ບຳລຸງສ້າງ ຫວຽດນາມ
(ພາບປະກອບ)


(vovworld) – ວັນ​ທີ 28/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຊາບ​ຊຶມ​ມະຕິ​ສູນ​ກາງ​ຄັ້ງ​ທີ 8, ຊຸດ​ທີ 11 ​ແລະ ສະຫລຸບ​ສົກຮຽນ 2012 – 2013 ຂອງ​​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ແຫ່ງ​ຕ່າງໆ, ​ໂດຍ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ.

    ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຖື​ວ່າ: ຂະ​ແໜງ​ສຶກສາ ບຳລຸງ​ສ້າງ​ກ່ຽວຂ້ອງ​ເຖິງ​ທຸກ​ຂົງ​ເຂດ​ໃນ​ຊີວິດ​ການ​ເປັນ​ຢູ່. ຖ້າ​ຫາກ​ບັນດາ​ການ​ປ່ຽນ​ແປງ​ຂອງ​ຂະ​ແໜງ​ສຶກສາ​ບໍ່​ເໝາະ​ສົມ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ປ​ະຊາ​ຄົມ. ດັ່ງ​ນັ້ນ, ​ເລື່ອງ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຕ້ອງ​ປະຕິບັດ​ຢ່າງ​ຄ້ຽວ​ຂາດ​ໂດຍພື້ນຖານ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການບຳລຸງ​ສ້າງ​ແຫຼ່ງຊັບພະຍາກ​ອນມະນຸດ​ໃຫ້​ແກ່​ປະ​ເທດ​ຊາດ. ​ໃນ​ວິວັດ​ການ​ປ່ຽນ​ໃໝ່, ການ​ສຶກສາ​ຂັ້ນ​ມະຫາ​ວິທະຍາ​ໄລ​ຕ້ອງ​​ປະຕິບັດກ່ອນ​ບາດ​ກ້າວໜຶ່ງ, ​ເພື່ອ​ມີ​ຖັນ​ແຖວ​ພະນັກງານ​ມີ​ຄວາມ​ສາມາດ​ຢ່າງພຽງພໍ, ມີ​ຄວາມ​ຮູ້​ດ້ານ​ວິຊາ​ການ ​ແລະ ມີທັກ​ສະ​ໃນ​ການ​ດຳລົງຊີວິດ. ​ເລື່ອງ​ປ່ຽນ​ໃໝ່​ຕ້ອງ​ປະຕິບັດ​ຢ່າງ​ຄົບ​ຊຸດ​ໂດຍ​ພື້ນຖານຈາກ​ການ​ຄຸ້ມ​ຄອງຕະຫຼອດ​ຮອດ​ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ​ຢູ່​ໂຮງຮຽນ​ແຫ່ງ​ຕ່າງໆ​ຢ່າງ​​ແທ້​ຈິງ.

    ​ໃນ​ສົກ​ຮຽນ​ 2013 – 2014, ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ​ສຸ​ມ​ໃສ່​ເຂົ້າ 3 ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ເຊິ່ງລວມມີ: ສ້າງ​ລາຍການ​ເຄື່ອນ​ໄຫວ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 8 ຊຸດ​ທີ 11 ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ​ບຳລຸງ​ສ້າງໂດຍ ​ພື້ນຖານ ແລະ ຮອບ​ດ້ານ, ປ່ຽນ​ໃໝ່​ຈຸດໝາຍ​ສິດສອນ, ແບບວິທີ​ເສັງ, ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ກວດກາ​ຕີລາຄາຄຸນ​ນະພາ​ບການ​ສຶກສາ ​ແລະ ​ເພີ່ມ​ທະວີ​ບັນດາ​ເງື່ອນ​ໄຂ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ.

ຂ່າວ/ບົດ​ອື່ນ