(vovworld) – ວັນທີ 13/6, ໂດຍເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ສະຫລຸບວຽກງານ 6 ເດືອນຕົ້ນປີຂອງຄະນະກຳມະການແຫ່ງຊາດປ້ອງກັນ, ຕ້ານໂລກເອດ ແລະ ຕ້ານຢາເສບຕິດ, ໂສເພນີ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ການປ້ອງກັນ, ຕ້ານ HIV/AIDS ແລະ ຢາເສບຕິດ, ໂສເພນີແມ່ນວຽກງານຫຍຸ້ງຍາກ, ສັບສົນ. ໃນສະພາບການແຕ່ຕົ້ນປີ 2014, ແຫຼ່ງງົບປະມານ, ແຫຼ່ງ ODA ສະຫງວນໃຫ້ບັນດາໂຄງການນີ້ຖືກຫລຸດລົງ, ບັນດາກະຊວງ, ຂະແໜງການຕ້ອງພະຍາຍາມ, ມານະພະຍາຍາມກ່ວາອີກ, ລະດົມທົ່ວສັງຄົມເຂົ້າວຽກງານນີ້.
ທ່ານຮອງນາຍົກລັດຖະມົນຕີໃສ່ໃຈວ່າ: ເລື່ອງຍູ້ແຮງວຽກງານໂຄສະນາ ສຶກສາຜ່ານພາຫະນະສື່ມວນຊົນ ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນ, ເພີ່ມທະວີການສຶກສາ, ນຳເອົາເນື້ອໃນປ້ອງກັນ, ຕ້ານ HIV/AIDS ແລະ ຢາເສບຕິດ, ໂສເພນີ ເຂົ້າບັນດາລາຍການພົບປະແລກປ່ຽນວັດທະນະທຳໃນໂຮງຮຽນສາມັນ, ພິເສດແມ່ນສຳລັບຊາວໜຸ່ມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ກະຊວງສາທາລະນະສຸກຕ້ອງຄົ້ນຄ້ວາຢາປະເພດໃໝ່ໃນການບຳບັດຢາເສບຕິດ ເພື່ອໃຊ້ທົດລອງຢູ່ທ້ອງຖີ່ນຕ່າງໆ.