ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ທີ່ກອງປະຊຸມ
(ພາບ: VGP)
(vovworld) – ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດ ກ່ຽວກັບການປ້ອງກັນ, ຕ້ານເຊື້ອ HIV/AIDS ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8 – 10/6/2016 ທີ່ສຳນັກງານ ສປຊ ຢູ່ນິວຢອກ, ປະເທດ ອາເມລິກາ ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດ ສະມາຊິກ ສປຊ, ປະທານສະມັດຊາໃຫຍ່ ສປຊ… ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ: ວຽກງານປ້ອງກັນ, ຕ້ານການຕິດເຊື້ອ HIV/AIDS ແມ່ນໜຶ່ງໃນບັນດາບຸລິມະສິດສູງສຸດຂອງລັດຖະບານ ຫວຽດນາມ, ແລະ ຍ້ອນຄວາມມານະພະຍາຍາມລວມນັ້ນ, ມາຮອດປະຈຸບັນ HIV/AIDS ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມເທື່ອລະກ້າວ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຈະຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນເພື່ອປ້ອງກັນ, ຕ້ານການຕິດເຊື້ອ HIV ແລະ ລົບລ້າງ AIDS.
ຢູ່ນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມີການພົບປະກັບຜູ້ອຳນວຍການບໍລິຫານງານໂຄງການສົມທົບຮ່ວມຂອງ ສປຊ ກ່ຽວກັບ HIV/AIDS, ຜູ້ອຳນວຍການບໍລິຫານງານກອງທຶນທົ່ວໂລກກ່ຽວກັບການປ້ອງກັນ, ຕ້ານ AIDS, ພະຍາດວັນນະໂລກ ແລະ ໄຂ້ຍຸງ…