ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານວັດທະນະທຳ,ກິລາແລະທ່ອງທ່ຽວປີ2016

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານວັດທະນະທຳ,ກິລາແລະທ່ອງທ່ຽວປີ2016 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​​
(ພາບ: TTXVN)

(vovworld) – ​​ ​ ວັນ​ທີ 31/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດຜັນ​ຂະຫຍາຍ​ວຽກ​ງານ​ວັດທະນະທຳ​, ກິລາ ​ແລະ ການທ່ອງ​ທ່ຽວ​ປີ 2016, ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຊີ້​ແຈ້ງວ່າ: ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ຊາດ​ໃນ​ປີ 2015 ​ແມ່ນມີ​ການປະກອບສ່ວນ​ສຳຄັນ ​ຂອງ​ຂະ​ແໜງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ. ປີ 2015, ຂະ​ແໜງ​ວັດທະນະທຳ​​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນພາລະກິດ​ພັດທະນາ​ປະ​ເທດ​ຊາດ, ຄວາມຍຸຕິ​ທຳ​ໃນ​ສັງຄົມ, ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ປີ 2015, ວຽກ​ງານອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າມໍລະດົກ​ໄດ້ຮັບ​ການ​ປະຕິບັດ​ເປັນ​ຢ່າງ​​ດີ ​ແລະ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ສະ​ເໜີ​ວ່າ: ຂະ​ແໜງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ສືບ​ຕໍ່​ມານະ​ພະຍາຍາມ​ໃນ​ການເຄື່ອນ​ໄຫວ ​ເພື່ອ​ໃຫ້​ທົ່ວ​ສັງຄົມ​ມີຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ, ຄົບ​ຖ້ວນ, ມາດຖານ​ກ່ຽວ​ກັບ​ວັດທະນະທຳ ​ແລະ ຕ້ອງ​​ສະ​ແດງ​ອອກດ້ວຍ​ບັນດາ​ການ​ກະທຳ​ລະອຽດ. ​ເຮັດວຽກ​ງານ​ວັດທະນະທຳ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ສະ​ເພາະ​ຂອງ​ກະຊວງ​ວັດທະນະທຳ, ກິລາ ​​ແລະ​ ການທ່ອງທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ຄວນ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ທົ່ວ​ສັງຄົມອີກ​ດ້ວຍ ​ແລະ ສິ່ງ​ທີ່ສຳຄັນນັ້ນ​ແມ່ນ​ປະຊາຊົນ​ຕ້ອງ​ເຫັນ​ດີ, ພ້ອມ​ກັນ​ປະຕິບັດ.

ຂ່າວ/ບົດ​ອື່ນ