ຮອງນາຍົກລັດຖະມົນຕີຫວູດຶກດາມເປັນປະທານກອງປະຊຸມຂອງຄະນະຊີ້ນຳ150
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP/Đình Nam)
(vovworld) – ຕອນບ່າຍວັນທີ 4/7, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການຢັ້ງຢືນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ (ຄະນະຊີ້ນຳ 150) ໄດ້ເປັນປະທານກອງປະຊຸມຂອງຄະນະ. ພາຍຫຼັງໄດ້ຮັບຟັງບົດລາຍງານຂອງບັນດາອົງການປະຈຳການຄະນະຊີ້ນຳກ່ຽວກັບໝາກຜົນຂອງການປະຕິບັດແຜນການຜັນຂະຫຍາຍປະຕິບັດແຜນຮ່າງ ຢັ້ງຢືນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ, ຄຳເຫັນຂອງບັນດາສະມາຊິກຄະນະຊີ້ນຳ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮັບຮູ້ນ້ຳໃຈຮັບຜິດຊອບ, ການສົມທົບຢ່າງແໜ້ນແຟ້ນ, ເຂັ້ມງວດຂອງບັນດາສະມາຊິກໃນຄະນະ, ບັນດາອົງການກ່ຽວຂ້ອງໃນການປະຕິບັດບັນຫາໜ້າທີ່ໄດ້ຮັບມອບໝາຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ: ໃນໄລຍະຈະມາເຖິງ, ບັນດາສະມາຊິກຄະນະຊີ້ນຳ, ບັນດາກະຊວງ, ຂະແໜງການ, ຫົວໜ່ວຍຕ້ອງສືບຕໍ່ມານະພະຍາຍາມ, ຕັດສິນໃຈເພື່ອປະຕິບັດສຳເລັດໜ້າທີ່ກ່ວາອີກ.