ຮອງນາຍົກລັດຖະມົນຕີຫວູວັນນິງ ຢ້ຽມຢາມດັກລັກ

ຮອງນາຍົກລັດຖະມົນຕີຫວູວັນນິງ ຢ້ຽມຢາມດັກລັກ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີຫວູວັນນິງ

(ພາບ:baodientu.chinhphu.vn)

(vovworld) -  ​ໃນວັນ​ທີ 3-4/3, ທ່ານຮອງ​ນາຍົກລັດຖະມົນຕີຫວູວັນນິງ ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ແຂວງດັກ​ລັກ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊັບຊ້ອນ, ປ່ຽນ​ໃໝ່​ບັນດາ​ລັດ​ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​ໃນ​ບໍລິ​ເວນ​ແຂວງ. ທ່ານຮອງ​ນາຍົກລັດຖະມົນຕີຫວູວັນນິງ ສະ​ເໜີ​ໃຫ້​ແຂວງ​ດັກລັກ ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ວິ​ສາ​ຫະກິດ​ກ່ວາ​ອີກ, ຮ່ວມ​ສຳພັນ​ກັບ​ບັນດາ​ຕາ​ແສງ, ບ້ານ, ນຳ​ຄວາມ​ກ້າ​ວໜ້າ​ວິທະຍາສາດ, ລົງທຶນ​ກໍ່ສ້າງ​ບັນດາ​ພື້ນຖານ​ໂຄງ​ລ່າງ, ​ເກັບ​ຊື້, ຈຳໜ່າຍ​ຜະລິດ​ຕະພັນ, ຊ່ວຍ​ປະຊາຊົນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບໍລະ​ເວນ​ເຂດ​ຫ່າງ​ໄກ​ສອກຫລີກ. ທ່ານຮອງ​ນາຍົກລັດຖະມົນຕີຫວູວັນນິງ ຊີ້​ນຳ​ໃຫ້​ແຂວງ​ດັກ​ລັກ ຕ້ອງ​ກວດກາ, ສ້າງ​ວິທີ​ການ​ຊັບຊ້ອນ​ວິ​ສາ​ຫະກິດ​ກະສິກຳ, ປ່າ​ໄມ້​ໄລຍະ 2013-2015 ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທຳ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ຮັບປະກັນ​ບັນດາ​ໜ້າ​ທີ່​ກ່ຽວຂ້ອງ​ເຖິງຊີວິດການເປັນຢູ່ຂອງ​ປະຊາຊົນ, ຮັບປະກັນຊີວິດ​ສັງຄົມ, ການ​ປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ… ທ່ານຮອງ​ນາຍົກລັດຖະມົນຕີຫວູວັນນິງ ​ໄດ້​ໄປ​ຢ້ຽມຢາມ​ຮູບ​ແບບ​ພັດທະນາ​ກາ​ເຟ​ແບບ​ຍືນ​ຍົງ​ຂອງ​ບໍລິສັດ​ກາ​ເຟ Ea Tul ຈຳ​ກັດຜູ້​ດຽວ ​ແລະ ຕາ​​ແສງ​ດີ​ເດັ່ນ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

 

ຂ່າວ/ບົດ​ອື່ນ