ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບປະທານທະນາຄານIIBຂອງລັດເຊຍ
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ຕ້ອນຮັບ
ທ່ານ Nikolay Kosov ປະທານທະນາຄານລົງທຶນສາກົນ IIB)
(vovworld) – ຕອນບ່າຍວັນທີ 4/12, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ໄດ້ໃຫ້ການຕ້ອນຮັບ ທ່ານ Nikolay Kosov ປະທານທະນາຄານລົງທຶນສາກົນ IIB, ແຫ່ງສະຫະພັນ ລັດເຊຍ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ Nikolay Kosov ໄດ້ຕີລາຄາສູງບັນດາມາດຕະການສ້າງໂຄງປະກອບພື້ນຖານເສດຖະກິດ ຫວຽດນາມ ຄືນໃໝ່, ໃນນັ້ນ ມີການສ້າງໂຄງປະກອບລະບົບການຈັດຕັ້ງສິນເຊື່ອຄືນໃໝ່ ຊຶ່ງລັດຖະບານພວມປະຕິບັດໃນຊຸມປີຜ່ານມາ. ກ່ຽວກັບການເຄື່ອນໄຫວຂອງ IIB ຢູ່ ຫວຽດນາມ, ທ່ານ Nikolay Kosov ໃຫ້ຮູ້ວ່າ: ທະນາຄານນີ້ ໄດ້ສຸມໃສ່ໜູນຊ່ວຍກອງທຶນເພື່ອພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດໜ້ອຍ ດ້ວຍມູນຄ່າບັນດາບ້ວງເງິນກູ້ຢືມປະຈຸບັນແມ່ນ 40 ລ້ານ USD ແລະ ໃນໄລຍະຈະມາເຖິງ ທ່ານ Nikolay Kosov ປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກລັດຖະບານ ຫວຽດນາມ ເພື່ອເຂົ້າຮ່ວມ ບັນດາໂຄງການໃຫຍ່ຢູ່ ຫວຽດນາມ ຢ່າງແຮງກ່ວາອີກ ຄືບັນດາໂຄງການພັດທະນາ ພື້ນຖານໂຄງລ່າງ.
ສ່ວນທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະແດງການສະໜັບສະໜູນ IIB ເຂົ້າຮ່ວມການລົງທຶນ, ພັດທະນາພື້ນຖານໂຄງລ່າງຢູ່ ຫວຽດນາມ ຍ້ອນວ່າ ນີ້ແມ່ນຂົງເຂດທີ່ລັດຖະບານ ຫວຽດນາມ ຄວນລະດົມເງິນທຶນກ້ອນໃຫຍ່.