(ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງແຂວງນາງດິ້ງ)
(vovworld) – ໂດຍປະຕິບັດການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນຄັ້ງທີ 9 ສະພາແຫ່ງຊາດຊຸດທີ 13, ຕອນເຊົ້າວັນທີ 21/4, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນີງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ນາມດິ້ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເທດສະບານເມືອງ ນາມຢາງ, ເມືອງ ນາມຈຶກ, ແຂວງ ນາມດິ້ງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນີງ ເນັ້ນໜັກວ່າ: ປະຈຸບັນພັກ ແລະ ລັດພວມຊີ້ນຳນຳພາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຍູ້ແຮງບັນດາມາດຕະການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່. ບົນນ້ຳໃຈນັ້ນ, ບັນດາທ້ອງຖິ່ນ, ຄະນະ, ຂະແໜງການເອົາໃຈໃສ່ເປັນພິເສດເລື່ອງຍົກສູງສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນ, ວາງແຜນກຳນົດ, ສ້າງໂຄງປະກອບຜະລິດຕະພັນກະສິກຳຄືນໃໝ່ ເພື່ອເໝາະສົມກັບຕະຫຼາດໃຊ້ສອຍພາຍໃນປະເທດ ແລະ ສາກົນ, ມຸ່ງໄປເຖິງການຜະລິດກະສິກຳດ້ວຍເຕັກໂນໂລຊີສູງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງບົດບາດສຳຄັນຂອງຊາວກະສິກອນ.