ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມວັນບຸນສາມັກຄີທົ່ວປວງຊົນທົງຊາດຢູ່ບັກນິງ

ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມວັນບຸນສາມັກຄີທົ່ວປວງຊົນທົງຊາດຢູ່ບັກນິງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ເຂົ້າ​ຮ່ວມ
​ວັນ​ບຸນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ຄຸ້ມ​ບ້ານແທງ​ເຊີນ
(ພາບ: daodoanket.vn)

(vovworld) ​ ຕອນ​ຄ່ຳ​ວັນ​ທີ 12/11, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ເຂົ້າ​ຮ່ວມ​ວັນ​ບຸນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ຄຸ້ມ​ບ້ານແທງ​ເຊີນ, ຕາ​ແສງ ຫວູນິງ ນະຄອນ​ບັກ​ນິງ (​ແຂວງ ບັກ​ນິງ). ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ປະຊາຊົນ ປະຕິບັດ​ໂຄງການ​ກໍ່ສ້າງ​ຊີວິດທາງ​ດ້ານ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ​ເປັນ​ຈຳ​, ສຸມ​ໃສ່​ຊ່ວຍ​ເຫຼືອ​ບັນດາ​ປະຊາ​ຄົມ, ຄອບຄົວ​ທີ່​ຫຍຸ້ງ​ຍາກດ້ານ​ສຸຂະພາບ ​ແລະ ວຽກ​ເຮັດ​ງານ​ທຳ ​ເພື່​ອຍົກ​ສູງ​​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ປາດ​ຖະໜາ​ວ່າ: ປະຊາຊົນ​​ທ້ອງ​ຖິ່ນສືບ​ຕໍ່​ອະນຸລັກ​ຮັກສາ. ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ ທິດ​ເໜືອ​ໃຫ້​ບັນດາ​ລຸ້ນຫລັງ, ຮັກສາ​ສະພາບ​ແວດ​ລ້ອມ​ຕົວ​ເມືອງ​ໃຫ້​ຂຽວ​ສະອາດສວຍ​ງານ, ສຶກສາ​ອົບຮົມ​ລຸກ​ຫລານ​ປະຕິບັດ​ກົດໝາຍຂອງ​ລັດ​ເປັນ​ຢ່າງ​ດີ. ​ປະກອບສ່ວນ​ຮັກສາ​ຄວາມ​ສະ​ຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ