ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຫົວໜ້າສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ສ.ເກົາຫຼີ

ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຫົວໜ້າສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ສ.ເກົາຫຼີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
​ຕ້ອນຮັບຫົວໜ້າ​ສະຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສ.​ເກົາຫຼີ
(ພາບ: chinhphu.vn)


(vovworld) -     ວັນ​ທີ 9/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ໃຫ້ການ​ຕ້ອນຮັບຫົວໜ້າ​ສະຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສ.​ເກົາຫຼີ (KIST), ປະລິຍາ​ເອກ Kil Choo Moon. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເນັ້ນ​ໜັກ​ວ່າ ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ພັດທະນາ​ຂະ​ແໜງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແຕ່​ນີ້​ຮອດ​ປີ 2030 ຢ່າງ​ແຮງ, ​ໃນ​ນັ້ນ​ວຽກ​ງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຕ້ອງ​ຕອບ​ສະໜອງ​ໄດ້​ພຶດຕິ​ກຳ​ຕົວ​ຈິງ, ສ້າງ​​ເປັນ​ກຳລັງປາຍ​ແຫຼມ​ທີ່​ດີ​ເດັ່ນ​ ​ເພື່ອ​ປະຕິບັດ​ບັນດາ​ການ​ຄົ້ນຄວ້າ​ຢ່າງ​​ແທດຈິງ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຫວັງ​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​​ຖື​ວ່າ ​ເລື່ອງ​ນຳ​ຮູບ​ແບບ KIST ​ເຂົ້າ​ຫວຽດນາມ ກໍ​ແມ່ນ​ທ່າ​ອ່ຽງທີ່​ຈຳ​ເປັນ​ຂອງ​ຍຸກ​ສະ​ໄໝ​ປະຈຸ​ບັນ, ​ຮູບ​ແບບ​ນີ້​ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສ.​ເກົາ​ຫຼີ ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ມະຫາວິທະຍາ​ໄລ ​ແລະ ​ເໜືອມະຫາວິທະຍາ​ໄລ.
ຂ່າວ/ບົດ​ອື່ນ