ຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເຈລະຈາກັບຮອງນາຍົກລັດຖະມົນຕີUAE

ຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເຈລະຈາກັບຮອງນາຍົກລັດຖະມົນຕີUAE  - ảnh 1
ຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເຈລະຈາກັບຮອງນາຍົກລັດຖະມົນຕີUAE
(ພາບ: baodientu.chinhphu.vn)

(vovworld) – ວັນ​ທີ 16/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັດ UAE Sheikhi Mansour Bin Zayed Al Nahyan. ທີ່​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ UAE Sheikhi Mansour Bin Zayed Al Nahyan ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຊຸກຍູ້ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ຍິ່ງ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ບັນດາຄະນະ​ຜູ້​ແທນຂັ້ນ​ສູງ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ການ​ເງິນ-​ທະນາຄານ, ການ​ຮ່ວມ​ມື​ດ້ານແຮງ​ງານ. 2 ຝ່າຍ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​​ໃຫ້​ສູງ​ຂຶ້ນໃນ​ຊຸມ​ປີ​ຈະ​ມາ​ເຖິງ, ພ້ອມ​ທັງ​ຢືນຢັນ​ຈະສືບ​ຕໍ່ສົມທົບ ​ແລະ ສະໜັບ​ສະໜູນກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ຫຼາຍ​ຝ່າຍ.

            ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ລັດຖະບານ UAE ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ UAE ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ ຫວຽ​ດນາມ ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງປະ​ເທດ​ນີ້ມີ​ທ່າ​​ແຮງ; ໜູນ​ຊ່ວຍ​ ຫວຽດນາມ ກໍ່ສ້າງສູນ​​ບຳລຸງ​ສ້າງ​ຄົນ​ງານ ​ເພື່ອ​ຍົກ​ສູງ​ວິຊາ​ການ​ໃຫ້​ແກ່​ຄົນ​ງານ​ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ຕະຫຼາດຕາ​ເວັນ​ອອກ​ກາງ. ຫວຽດນາມ ຊົມ​ເຊີຍ ​ແລ​ະ ຢືນຢັນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ທະນາຄານ ​ແລະ ກອງທີ່​ເພືຶ່ອ​ການ​​ລົງທຶນ​ຂອງ UAE … ມາ​ຍັງ​ ຫວຽດນາມ ຊອກ​ຮູ້​ຕະຫຼາດ, ການຮ່ວມມືວິ​ສາ​ຫະກິດ ​ແລະ ການ​ລົງທຶນ.

            ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ UAE Sheikhi Mansour Bin Zayed Al Nahyan ​ຢັ້ງຢືນ​ວ່າ: ລັດຖະບານ ​ແລະ ປະຊາຊົນ UAE ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ຮ່ວມ​ມື​ກັບ ຫວຽດນາມ ແລະ ຈະ​ຊີ້​ນຳ​ນຳພາ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ UAE  ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ, ການ​ຮ່ວມ​ມື​ເສດຖະກິດການ​ຄ້າ​ ​ຢ່າງ​ດີ, ຊຸກຍູ້​ກາ​ນຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ, ໜູນ​ຊ່ວຍ​ບັນດາ​ໂຄງການ​ຮ່ວມ​ມື​ເສດ​ຖະກິດ, ການ​ເງິນ-​ທະນາຄານ, ​ແຮງ​ງານ…​ໃນ​ອະນາຄົດ.


ຂ່າວ/ບົດ​ອື່ນ