(vovworld) – ຕອນບ່າຍວັນທີ 2/6 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານທະນາຄານໂລກ Joachim Von Amsberg. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງ ຈຸງຫາຍ ຢືນຢັນວ່າ: ການສະໜັບສະໜູນຂອງທະນາຄານໂລກໃນໄລຍະຜ່ານມາມີຄວາມໝາຍສຳຄັນທີ່ສຸດ, ສະໜອງແຫຼ່ງທຶນກູ້ຢືມ ແລະ ຊ່ວຍ ຫວຽດນາມ ຍູ້ແຮງການປະຕິຮູບລະບອບລະບຽບການ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ກໍສະເໜີທະນາຄານໂລກສ້າງເງື່ອນໄຂ ເພື່ອໃຫ້ ຫວຽດນາມ ມີໄລຍະຂ້າມຜ່ານພາຍຫຼັງໂຄງການ IDA 17 ເຊິ່ງແມ່ນໂຄງການສະຫງວນໃຫ້ແກ່ບັນດາປະເທດທຸກຍາກ ແລະ ດ້ອຍພັດທະນາ ດ້ວຍບັນດາເງື່ອນໄຂບຸລິມະສິດ ກ່ຽວກັບການກູ້ຢືມທຶນທີ່ຈະສຳເລັດໃນໄລຍະຈະມາເຖິງ. ທ່ານຮອງປະທານທະນາຄານໂລກ Joachim Von Amsberg ຕີລາຄາສູງຜົນງານພັດທະນາຂອງ ຫວຽດນາມ ແລະ ໃຫ້ຮູ້ວ່າ: ທະນາຄານໂລກຖື ຫວຽດນາມ ເປັນຕົວຢ່າງທີ່ດີເດັ່ນໃນການນຳໃຊ້ແຫຼ່ງທຶນກູ້ຢືມຂອງທະນາຄານໂລກຢ່າງມີປະສິດທິຜົນ. ສິ່ງນີ້ໄດ້ສ້າງເງື່ອນໄຂສະດວກໃຫ້ທະນາຄານໂລກໃນການເກ້ຍກ່ອມບັນດານັກອຸປະຖຳປະກອບສ່ວນຕື່ມອີກໃຫ້ບັນດາໂຄງການໜູນຊ່ວຍພັດທະນາຂອງທະນາຄານໂລກເວົ້າລວມ ແລະ ຂອງ ຫວຽດນາມ ເວົ້າສະເພາະ.