ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຢ້ຽມຢາມແລະເຮັດວຽກຢູ່ສ.ແຟງລັງ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຢ້ຽມຢາມແລະເຮັດວຽກຢູ່ສ.ແຟງລັງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Alexander Stubb
(ພາບ: VGP/Nguyên Linh)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ ​ແຟງ​ລັງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ​ໄດ້​ໄປຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ສ. ​ແຟງ​ລັງ ແຕ່​ວັນ​ທີ 25 – 26/9/2014.

        ວັນ​ທີ 25/9, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເຂົ້າຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ພົບ​ປ​ະ​ກັບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ແຟງ​ລັງ, ຢ້ຽມ​ຢາມ​ສະ​ຖາ​ບັນ​ສິ່ງ​ແວດ​ລ​້​ອມ ແລະ ບາງ​ຮາ​ກ​ຖານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ຄື: Vaisala ແລະ ABB.

        ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງ​ລັງ ໃນ​ກ່​ວາ 40 ປີ​ແຫ່ງ​ການ​ພັດ​ທະ​ນາ​​ຢ່າງຕັ້ງ​ໜ້າ, ພິ​ເ​ສດ​ແມ່ນ​ໃນ​ຂົງ​ເຂດ​ການ​ເມືອງ ແລະ ການ​ຮ່ວມ​ມື​ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Alexander Stubb ແລະ ການນ​ຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ແຟງ​ລັງ ຢັ້ງ​ຢືນ​ວ່າ​: ແຟງ​ລັງ ປາດ​ຖະ​ໜາ​ຢາກ​ເພີ່​ມ​ທະ​ວີ​ການ​ພົວ​ພັນຫຼາຍ​ດ້ານ​ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ການ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ, ຢັ້ງ​ຢືນ ແຟງ​ລັງ ສະ​ໜັບ​ສະ​ໜູນ​ເລື່ອງ​ຊຸກ​ຍູ້​ສິ້ນ​ສຸ​ດ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ ແລະ ເລື່ອງ ອີ​ຢູ ຮັບ​ຮູ້ ຫວຽດ​ນາມ ມີ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແຟງ​ລັງ ເຄື່ອນ​ໄຫວ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ຍາວ​ນານ​ຢູ່ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອບ​ອົກ​ຂອບ​ໃຈ​ລັດ​ຖະ​ບານ ແຟງ​ລັງ ໄດ້​ໜູນ​ຊ່ວຍ ແລະ ສະ​ໜັບ​ສະ​ໜູນປະ​ຊາ​ຄົມ​ຊາວ ຫວຽດ​ນາມ ດ​ຳ​ລົງ​ຊີ​ວິດ, ທຳ​ມາ​ຫາ​ກິນ​ເປັນ​ປົກ​ກະ​ຕິ​ຢູ່​ແຟງ​ລັງ.

        ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ດ້​ານກາ​ນ​ເມືອງອັນ​ດີ​ງາມ ຜ່ານ​ການ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ທ​ຸກ​ຂັ້ນ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຊ​ຸກ​ຍູ້​ການ​ເຊັ​ນ​ຂໍ້​ຕົກ​ລົງ​ຮ່ວມ​ມື, ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ 2 ຝ່າຍ​ຊອກ​ຮູ້​ຂໍ້​ມູນ​ຂ່າວ ແລະ ກາ​ລ​ະ​ໂອ​ກາດ​ຮ່ວມ​ມື.




ຂ່າວ/ບົດ​ອື່ນ