ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຂົ້າຮ່ວມກອງປະຊຸມສຳມະນາແລະງານວາງສະແດງVACI2015

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເຂົ້າຮ່ວມກອງປະຊຸມສຳມະນາແລະງານວາງສະແດງVACI2015 - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ
(ພາບ: tinmoitruong.vn)

(vovworld) – “​​ແຕ່ລະ​ທ້ອງ​ຖິ່ນ, ໝູ່​ຄະນະ, ສ່ວນ​ບຸກຄົນ​ເສີມ​ຂະຫຍາຍ​ຂໍ້ລິ​ເລີ່​ມ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງແຫຼ່ງນ້ຳ” ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ງານ​ວາງສະ​ແດງ​ສາກົນ​ຄັ້ງທີ 4 “ຄວາມ​ໝັ້ນຄົງແຫຼ່ງນ້ຳ​​ໃນ​ສະຫັດ​ສະ​ວັດ​​ແຫ່ງ​ການຜັນ​ແປ” (VACI 2015) ດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 19/10 ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ​ເພື່ອ​ບັນລຸ​ໄດ້​ເປົ້າ​ໝາຍ​ຮັບປະກັນ​ຄວາມ​ໝັ້ໜຄົງ​ແຫຼ່ງນ້ຳ​ໃນ​ສະຫັດ​ສະ​ວັດ​ແຫ່ງ​ການຜັນ​ແປ, ລັດຖະບານ ຫວຽດນາມ ພວມ​ມານະ​ພະຍາຍາມ​ສຸມ​ໃສ່ປັບປຸງ​ນະ​ໂຍບາຍ, ກົດໝາຍ, ຍຸດ​ທະ​ສາດ ກ່ຽວ​ກັບ​ຊັບພະຍາກອນ​ນ້ຳ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ, ຂຸດ​ຄົ້ນ, ນຳ​ໃຊ້​ນ້ຳ​ໃຫ້​ເໝາະ​ສົມ ​ແລະ ປ້ອງ​ກັນ​ຕ້ານ​ຜົນ​ຮ້າຍ​ຈາກ​ແຫຼ່ງນ້ຳ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ, ພິ​ເສດ​ແມ່ນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຢູ່​ເຂດ​ເໜືອແມ່​ນ້ຳ ​ເພື່ອ​ພ້ອມ​ກັນປົກ​ປັກ​ຮັກສາ, ຂຸດ​ຄົ້ນ​ຢ່າງ​ຍຸ​ຕິທຳ, ມີ​ປະສິດ​ທິຜົນ​ແຫຼ່ງຊັບພະຍາກອນ​ນ້ຳ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ກໍ​ເນັ້ນ​ໜັກ​ເປັນ​ພິ​ເສດ​ ​ເຖິງ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ວິ​ທະ​ຍາ​ສາດ - ​ເຕັກ​ໂນ​ໂລຢີ ​ແລະ ການ​ຮ່ວມ​ມື​ສາກົນ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫຼ່ງນ້ຳ, ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ…

ຂ່າວ/ບົດ​ອື່ນ