(ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຮັດວຽກກັບກະຊວງພາຍໃນ)
(vovworld) - ຕອນເຊົ້າວັນທີ 06/06 ທີ່ການເຮັດວຽກກັບກະຊວງພາຍໃນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີງ ສະເໜີວ່າ: ໃນໄລຍະຈະມາເຖິງ ກະຂວງພາຍໃນ ຈະສຸມໃສ່ປະຕິບັດຄາດໝາຍຈຸດສຸມຂອງການປະຕິຮູບດ້ານການບໍລິຫານລວມມີ: ລັດຖະບານເອເລັກໂຕນິກ, ປະຕິຮູບລະບອບລັດຖະການ…ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີກະຊວງພາຍໃນ ຖືເປັນສຳຄັນພິເສດເລື່ອງປະຕິຮູບດ້ານການບໍລິຫານ ເພື່ອສ້າງລັດແຫ່ງອຳນາດນິຕິບັນຍັດຮັບໃຊ້ປະຊາຊົນ, ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຊີ້ແຈ້ງວ່າ:
“ແຜນການປະຕິຮູບດ້ານການບໍລິຫານໄລຍະ 2 (2016 - 2020) ໄດ້ຮັບການໃຫ້ສັດຕະຍາບັນຈາກລັດຖະບານ. ໄລຍະຈະມາເຖິງ ກະຊວງພາຍໃນ ສຸມໃສ່ເຂົ້າໃນການປະຕິຮູບດ້ານການບໍລິຫານ, ປະຕິຮູບລະບອບ, ກໍ່ສ້າງ ແລະ ຍົກສູງຄຸນນະພາບຖັນແຖວພະນັກງານລັດຖະກອນ, ພາລະກອນ; ເອົາໃຈໃສ່ເປັນພິເສດເຖິງການປະຕິຮູບເງິນເດືອນ, ຍົກສູງຄຸນນະພາບການບໍລິການດ້ານບໍລິຫານ ແລະ ການບໍລິການພາກລັດ. ກະຊວງພາຍໃນຄວນສືບຕໍ່ເສີມຂະຫຍາຍ, ນອກຈາກຂົງເຂດຮັບຜິດຊອບ ຄວນກະຕຸກຊຸກຍູ້ບັນດາອົງການສຳນັກງານປະຕິບັດໃນຂົງເຂດຈຸດສຸມດັ່ງກ່າວ.
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກໍ່ສະເໜີກະຊວງພາຍໃນຍົກສູງຄຸນນະພາບ ການຮັບໃຊ້ວິສາຫະກິດຜະລິດດຳເນີນທຸລະກິດ.