ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບປະທານກຸ່ມບໍລິສັດການເງິນ Keb Hana ສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 05 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Kim Jung Tai, ປະທານກຸ່ມບໍລິສັດການເງິນ Keb Hana, ສ.ເກົາຫຼີ.

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບປະທານກຸ່ມບໍລິສັດການເງິນ Keb Hana ສ.ເກົາຫຼີ - ảnh 1 ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບປະທານກຸ່ມບໍລິສັດການເງິນ Keb Hana ສ.ເກົາຫຼີ

(ພາບ: VGP)

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ, ຫວຽດນາມ ພວມສຸມໃສ່ລົງທຶນເຂົ້າພື້ນຖານໂຄງລ່າງ ດ້ວຍແຫຼ່ງທຶນຢ່າງໃຫຍ່ຫຼວງ, ຜ່ານບັນດາຮູບການຮ່ວມມືທາງພາກລັດ - ເອກະຊົນ. ຫວຽດນາມ ປາດຖະໜາວ່າ Keb Hana ຊອກຮູ້, ຊຸກຍູ້ການລົງທຶນໂດຍດົງ ຫຼື ທາງອ້ອມໃນຂົງເຂດດັ່ງກ່າວ.

        ສ່ວນທ່ານ Kim Jung Tai, ປະທານກຸ່ມບໍລິສັດການເງິນ Keb Hana, ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງຈະລົງທຶນໂດຍກົງ ຫຼື ຜ່ານບັນດາກອງທຶນເຂົ້າໃນພື້ນຖານໂຄງລ່າງ; ເປີດກວ້າງການຮ່ວມມືກັບບັນດາພາກສ່ວນການເງິນຂອງຫວຽດນາມ ຜ່ານບັນດາບໍລິສັດການເງິນ - ເຕັກໂນໂລຊີ Fintech.

ຕອບກັບ

ຂ່າວ/ບົດ​ອື່ນ