ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງຮ່າຕິ້ງ
ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງຮ່າຕິ້ງ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 04/12, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ຮ່າຕິ້ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງດ້ວຍຫົວເລື່ອງສະເພາະກ່ຽວກັບຂົງເຂດກະສິກຳ, ປ່າໄມ້, ການພັດທະນາຊົນນະບົດ ແລະ ກໍ່ສ້າງຊົນນະບົດໃໝ່. ທີ່ການພົບປະ, ຜູ້ມີສິດເລືອກຕັ້ງສະເໜີຕໍ່ລັດຖະບານ, ສະພາແຫ່ງຊາດເອົາໃຈໃສ່ລົງທຶນບັນດາກິດຈະກຳເຮືອນຮັບມື້ກັບນຳແກ່ງໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນ, ໂດຍສະເພາແມ່ນເຂດຫ່າງໄກຊອກຫຼີກ ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈທຳການຜະລິດ, ດຳເນີນທຸລະກິດຢ່າງໝັ້ນຄົງ.
ກ່າວຄຳເຫັນທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເວື້ອງດິ່ງເຫ້ວ ເນັ້ນໜັກວ່າ, ບັນຫາກະສິນກຳ, ຊາວກະສິກຳ, ຊົນນະບົດແມ່ນບັນຫາຍຸດທະສາດ, ແມ່ນເສົ້າຄ້ຳຂອງພື້ນຖານເສດຖະກິດ… ເພາະສະນັ້ນ, ການປະຕິບັດໂຄງການຊົນນະບົດໃໝ່ແມ່ນວິວັດການປະຕິບັດຢ່າງຕໍ່ເນື່ອງ, ບໍ່ຢຸດຢັ້ງເພື່ອເພີ່ມຄຸນຄ່າໝັ້ນຄົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.