ຮອງນາຍົກໆ Nguyen Xuan Phuc ພົບປະຜູ້ຮັກສາການ ຜູ້ສຳເລັດລາຊະການ ອົດສະຕາລີ
ຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະຜູ້ຮັກສາການ ຜູ້ສຳເລັດລາຊະການ ອົດສະຕາລີ
(ພາບ: nguyenxuanphuc.net)
(vovworld) - ໂດຍສືບຕໍ່ການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ວັນທີ 12/4, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ມີການພົບປະກັບຜູ້ຮັກສາການ ຜູ້ສຳເລັດລາຊະການ ອົດສະຕາລີ, ທ່ານນາງ Marie Bashir, ຜູ້ວ່າການລັດ New South Wales. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຂອບອົກຂອບໃຈລັດຖະບານ ອົດສະຕາລີ, ອຳນາດການປົກຄອງລັດ New South Wales ແລະ ສ່ວນບຸກຄົນທ່ານນາງຜູ້ຮັກສາການ ຜູ້ສຳເລັດລາຊະການ ທີ່ໄດ້ສະຫງວນໃຫ້ຫວຽດນາມ ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າ, ຮັກສາ ແລະ ເພີ່ມທະວີການຊ່ວຍເຫຼືອພັດທະນາ (ຫຼື ODA) ແກ່ຫວຽດນາມ, ໜູນຊ່ວຍ ຫວຽດນາມ ໃນຫຼາຍໂຄງການທີ່ມີມູນຄ່າແທດຈິງໃນບັນດາຂົງເຂດກໍ່ສ້າງພື້ນຖານໂຄງລ່າງ, ສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ສະໜອງນ້ຳປະປາ.... ທ່ານຮອງນາຍົກລັດຖະມົນຕີສະແດງຄວາມຫວັງວ່າ: ລັດຖະບານອົດສະຕາລີ, ອຳນາດການປົກຄອງລັດ New South Wales, ທ່ານນາງຜູ້ຮັກສາການ ຜູ້ສຳເລັດລາຊະການ ແລະ ກອງທຶນເພື່ອການຮ່ຳຮຽນໂດຍທ່ານນາງສ້າງຕັ້ງຈະສືບຕໍ່ຊ່ວຍເຫຼືອ, ຮ່ວມມືກັບຫວຽດນາມຕະຫຼອດໄປ ເພື່ອເພີ່ມທະວີການພົວພັນລະຫວ່າງ 2 ປະເທດກ່ວາອີກ, ນຳການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນພັດທະນາທຽບທັນກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ.
ແລະກໍໃນຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບປະທານສະຫະສະມາຄົມບັນດານັກນຳເຂົ້າສິນໃນນ້ຳ ອົດສະຕາລີ Norman Grant, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ສະເໜີສະຫະສະມາຄົມຈົ່ງເພີ່ມທະວີການນຳເຂົ້າຜະລິດຕະພັນປາຈາ ແລະ ປາບາຊາຂອງຫວຽດນາມ, ພ້ອມທັງຊ່ວຍເຫຼືອບັນດາວິສາຫະກິດສິນໃນນ້ຳຫວຽດນາມ ຕອບສະໜອງມາດຖານຕ່າງໆກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານຂອງໂລກ.