(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ, ອົດທົນຂອງຄະນະພັກ...
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ທີ່ພິທີ
|
ວັນທີ 9 ມິຖຸນາ, ຢູ່ແຂວງ ຢາລາຍ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນລຸງໂຮ່ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ; ມອບ, ປະດັບຫຼຽນນາມມະຍົດ ວິລະຊົນໃຫ້ກຳລັງປະກອບອາວຸດ ປະຊາຊົນໜຶ່ງຄະນະ ແລະ ໜຶ່ງບຸກຄົນ; ມອບນາມມະຍົດແມ່ ຫວຽດນາມ ວິລະຊົນ ໃຫ້ແມ່ ຫວຽດນາມ 6 ຄົນ ແລະ ຫຼຽນໄຊແຮງງານ, ທຸງແຂ່ງຂັນຂອງລັດຖະບານໃຫ້ 9 ໝູ່ຄະນະ, ບຸກຄົນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຂອງແຂວງ ຢາລາຍ.
ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ, ອົດທົນຂອງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ຢາລາຍ ໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນບັນດາຄາດໝາຍກ່ຽວກັບການພັດທະນາເສດຖະກິດ, ຂະບວນການແຂ່ງຂັນຮັກຊາດ, ທະວີຄູນບັນດາແບບຢ່າງດີເດັ່ນ, ກໍ່ສ້າງຊົນນະບົດໃໝ່, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ…