ຮອງປະທານປະເທດພົບປະສັງສັນ80ແບບຢ່າງດີເດັ່ນຂອງກຳລັງຕຳຫຼວດປະຊາຊົນ
(ທ່ານນາງຮອງປະທານປະເທດພົບປະສັງສັນ
80 ແບບຢ່າງດີເດັ່ນຂອງກຳລັງຕຳຫຼວດປະຊາຊົນ)
(vovworld) – ”ປະເທດຫວຽດນາມ ມີສັນຕິສຸກຄືໃນປະຈຸບັນ ແມ່ນມີການອຸທິດສ່ວນ, ການເສຍສະຫຼະຊີວິດ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງກຳລັງຕຳຫຼວດປະຊາຊົນ” ນັ້ນແມ່ນຄຳຢືນຢັນຂອງທ່ານນາງຮອງປະທານປະເທດ ຫງວຽນທິຢວານ ທີ່ງານພົບປະສັງສັນ 80 ແບບຢ່າງດີເດັ່ນຂອງກຳລັງຕຳຫຼວດປະຊາຊົນ, ເຊິ່ງດຳເນີນຢູ່ຮ່າໂນ້ຍ, ໃນຕອນບ່າຍວັນທີ 4/8. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ຍ້ອງຍໍ, ຊົມເຊີນບັນດາຜົນງານ, ວິລະກຳເຊິ່ງ 80 ແບບຢ່າງດີເດັ່ນຂອງກຳລັງຕຳຫຼວດປະຊາຊົນບັນລຸໄດ້. ພ້ອມທັງຊີ້ແຈ້ງວ່າ, ບັນດາຜົນງານຂອງກຳລັງຕຳຫຼວດປະຊາຊົນ ໃນຕະຫຼອດໄລຍະປະຫວັດສາດ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງປະເທດຊາດ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໃສ່ໃຈວ່າ, ໃນໄລຍະຈະມາເຖິງ, ສະພາບການຢູ່ພາຍໃນປະເທດ ແລະ ໂລກ ໄດ້ວາງໜ້າທີ່ຫຍຸງຍາກທີ່ສຸດໃຫ້ວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ. ຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນຕ້ອງເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍ, ແຂ່ງຂັນກັນສ້າງຜົນງານຫຼາຍຢ່າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນໄລຍະໃໝ່.