ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບທ່ານປະທານສະພາແຫ່ງຊາດ Trajco Velianovski
(ພາບ: Thống Nhất-TTXVN)
(vovworld) – ເນື່ອງໃນການຢ້ຽມຢາມ ສ. Macedonia ຂອງທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ. Macedonia Gjorge Ivanov.
ວັນທີ 2/12, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ Nokola Gruevski, 2 ຝ່າຍເຫັນດີເປັນເອກະສັນຄົ້ນຄ້ວາສ້າງຕັ້ງກົນໄກຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ, ເປີດກ້ວາງການຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງ, ວັດທະນະທຳ, ທ່ອງທ່ຽວ. ຕາມນັ້ນແລ້ວ, 2 ຝ່າຍພິຈາລະນາຄວາມສາມາດເຊັນບັນດາສັນຍາຮ່ວມມືໃນຂົງເຂດນີ້.
ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ Trajco Velianovski, 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂອງ 2 ສະພາແຫ່ງຊາດເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ກໍໃນຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ Macedonia.
ກ່ອນໜ້ານັ້ນ, ໃນການເຈລະຈາກັບ ທ່ານປະທານາທິບໍດີ Gjorge Ivanov ໃນວັນທີ 2/12, 2 ຝ່າຍເຫັນດີເປັນເອກະສັນຖືວ່າ: 2 ປະເທດໄດ້ເຊັນບັນດາສັນຍາສົ່ງເສີມ ແລະ ອາລັກຂາແກ່ການລົງທຶນ, ສັນຍາຫຼີກລ້ຽງການເກັບພາສີຊ້ອນ ແລະ ເຊັນສັນຍາຮ່ວມມືເສດຖະກິດໃນການຢ້ຽມຢາມຈະສ້າງກອບກົດໝາຍສະດວກໃຫ້ແກ່ການຊຸກຍູ້ການພົວພັນ 2 ຝ່າຍ ແລະ ຍົກສູງວົງເງິນການຄ້າລະຫວ່າງ 2 ປະເທດ.