ການມອບທຶນສຶກສາໃນລາຍການ “ໄປຮຽນພ້ອມກັບນ້ອງ” ຢູ່ ບັກນິງ
(vovworld) – ວັນທີ 25/12, ຢູ່ແຂວງ ທ໋າຍງວຽນ, ໃນລາຍການ “ໄປຮຽນພ້ອມກັບນ້ອງ”, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ປະທານສະພາອຸປະກະລະກອງທຶນອຸປະລະກະເດັກ ຫວຽດນາມ ໄດ້ມອບທຶນສຶກສາໃຫ້ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງແຂວງ ທ໋າຍງວຽນ 120 ນ້ອງ. ແຕ່ລະພູດມີມູນຄ່າ 3 ລ້ານດົ່ງ, ປະກອບສ່ວນລະດົມພວກນ້ອງແກ້ໄຂຄວາມຫຍຸ້ງຍາກ, ພ້ອມທັງແບ່ງປັນນ້ຳໃຈ, ຄວາມຮັບຜິດຊອບກັບຄອບຄົວທີ່ມີຍາດຕິພີ່ນ້ອງປະຕິບັດໜ້າທີ່ປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດ.
ກອງທຶນອຸປະກະລະເດັກ ຫວຽດນາມ ໄດ້ຮັບການສ້າງຕັ້ງເພື່ອແນໃສ່ລະດົມຄວາມເອົາໃຈໃສ່ ແລະ ການປະກອບສ່ວນຂອງບັນດາອົງການ, ບຸກຄົນ, ບັນດານັກອຸປະຖຳຮ່ວມແຮງຮ່ວມໃຈພ້ອມກັບ ພັກ ແລະ ລັດ ເບິ່ງແຍງດູແລໃຫ້ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ.