ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່
(ພາບ:AnhTuan/TTXVN)
(vovworld) – ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງປະກັນສັງຄົມຄັ້ງທີ 4 (2015 - 2020) ຈັດຕັ້ງໃນຕອນເຊົ້າວັນທີ 25/8 ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ຮອງປະທານທີ 1 ສະພາແຂ່ງຂັນ - ຍ້ອງຍໍ ສູນກາງ ຊີ້ແຈ້ງວ່າ: ປະກັນສັງຄົມ, ປະກັນສຸຂະພາບແມ່ນ 2 ນະໂຍບາຍສັງຄົມສຳຄັນ, ແມ່ນເສົ້າຄ້ຳຕົ້ນຕໍຂອງລະບົບຮັບປະກັນຊີວິດສັງຄົມ, ປະກອບສ່ວນປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳສັງຄົມ. ທ່ານນາງຮອງປະທານປະເທດ ກໍຕີລາຄາສູງທິດທາງກ່ຽວກັບວຽກງານແຂ່ງຂັນຍ້ອງຍໍ ຊຶ່ງຂະແໜງໄດ້ວາງອອກ, ສະເໜີຊາບຊຶມນ້ຳໃຈແຂ່ງຂັນຮັກຊາດຂອງ ປະທານໂຮ່ຈີມິນ ຢ່າງເລິກເຊິ່ງກ່ວາ ເພື່ອຂະບວນການແຂ່ງຂັນຂອງຂະແໜງປະກັນສັງຄົມສຳເລັດຜົນໃນເງື່ອນໄຂໃໝ່.
ທີ່ກອງປະຊຸມໃຫຍ່, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ມອບຫຼຽນໄຊແຮງງານໃຫ້ 2 ໝູ່ຄະນະ ແລະ 3 ຄົນ ທີ່ໄດ້ມີຜົນງານດີເດັ່ນໃນວຽກງານແຕ່ປີ 2010 – 2014 ພ້ອມກັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ແລະ ທຸງແຂ່ງຂັນຂອງລັດຖະບານໃຫ້ບາງໝູ່ຄະນະ ແລະ ສ່ວນບຸກຄົນ.