ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ
(ພາບ: baomoi.com)
(vovworld) – ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງໃນຕອນເຊົ້າວັນທີ 18/11, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ໄດ້ຊົມເຊີຍຜົນງານທີ່ໂຮງຮຽນ ບັນລຸໄດ້ໃນ 55 ປີຜ່ານມາ ແລະ ຢືນຢັນວ່າ: ມະຫາວິທະຍາໄລການຄ້າໄດ້ສຳເລັດໜ້າທີບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງການເສດຖະກິດ, ເຕັກນິກການຄ້າ. ໃນໄລຍະປ່ຽນໃໝ່ປະຈຸບັນ, ຄວນສຸມໃສ່ປະຕິບັດໜ້າທີ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂະແໜງການເສດຖະກິດເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໃຫ້ຮູ້ວ່າ:
“ສຸມໃສ່ ແລະ ຖືເອົາການຍົກສູງຄຸນນະພາບການບຳລຸງສ້າງເປັນຈຸດສຸມ ເພື່ອປັບປຸງອິດທິພົນຊື່ສຽງ ແລະ ເຄື່ອງໝາຍການຄ້າຂອງໂຮງຮຽນ. ບໍ່ຄວນເພີ່ມຈຳນວນນັກສຶກສາ, ບໍ່ຄວນເປີດກ້ວາງບັນດາຂະແໜງອາຊີບ, ເຊິ່ງພວກເຮົາຍັງອ່ອນດ້ວຍ, ຍັງບໍ່ທັນມີຊັບພະຍາກອນມະນຸດຄຸນນະພາບສູງ. ປ່ຽນໃໝ່ວິທີການຄຸ້ມຄອງການສຶກສາ, ວິທີການສອນ ແລະ ຮຽນຂອງໂຮງຮຽນໃຫ້ແຂງແຮງກ່ວາອີກ, ໜູນໃຊ້ມາດຖານການບຳລຸງສ້າງຂອງພາກພື້ນ ແລະ ສາກົນ”
ແລະ ກໍ່ຕາມທ່ານນາງຮອງປະທານປະເທດ ຫງວຽນທິຢວານ ແລ້ວ, ມະຫາວິທະຍາໄລການຄ້າ ຄວນປ່ຽນໃໝ່ວິທີການຄຸ້ມຄອງ, ຍູ້ແຮງການເຄື່ອນໄຫວຄົ້ນຄວ້າວິທະຍາສາດຕາມທິດຕິດພັນກັບການຍົກສູງຄຸນນະພາບການບຳລຸງສ້າງ, ມີລັກສະນະນຳໃຊ້ສູງໃນສະພາບຕົວຈິງ.