ຮອງປະທານປະເທດຫວຽດນາມເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງປະທານາທິບໍດີອິນໂດເນເຊຍ,ພົບປະເຈລະຈາກັບການນຳຫຼາຍປະເທດ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານອິນໂດເນເຊຍ, ຕອນບ່າຍວັນທີ 20 ຕຸລາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີອິນໂດເນເຊຍ ອາຍຸການ 2019 – 2024.

ຮອງປະທານປະເທດຫວຽດນາມເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງປະທານາທິບໍດີອິນໂດເນເຊຍ,ພົບປະເຈລະຈາກັບການນຳຫຼາຍປະເທດ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງ

ຂອງປະທານາທິບໍດີອິນໂດເນເຊຍ

(ພາບ: TTXVN)

ພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ແລະ ທ່ານຮອງປະທານາທິບໍດີ Ma’ruf Amin. ທ່ານນາງ ດັ້ງທິງອັກທິ້ງ ໄດ້ສົ່ງຈົດໝາຍອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ທີ່ຝາກເຖິງທ່ານປະທານາທິບໍດີ Joko Widodo, ໃນນັ້ນຫວຽດນາມ ເຊື່ອໝັ້ນວ່າ ລັດຖະບານອິນໂດເນເຊຍ ອາຍຸການ 2019 – 2024 ຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າອີກ, ກ້າວໄປເຖິງການປະຕິບັດ “ວິໄສທັດ 2045” ຢ່າງສຳເລັດຜົນ… ທ່ານນາງ ດັ້ງທິງອັກທິ້ງ ສະເໜີໃຫ້ 2 ຝ່າຍສືບຕໍ່ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸລະດັບ 10 ຕື້ USD/ປີ, ສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດກະສິກຳ, ການສຶກສາບຳລຸງສ້າງ, ທ່ອງທ່ຽວ, ການບິນ, ການພົວພັນແລກປ່ຽນປະຊາຊົນ…

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈນັ້ນ, ການນຳ 2 ປະເທດໄດ້ພ້ອມກັນເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນທີ່ມີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຢູ່ແຕ່ລະປະເທດກໍ່ຄືຂອງປະຊາຄົມອາຊຽນ. 2 ຝ່າຍໄດ້ເຫັນດີນຳກັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍມູນເຊື້ອການຮ່ວມມືອັນດີງາມລະຫວ່າງ 2 ປະເທດທີ່ບັນດາເວທີປາໄສສາກົນ, ພິເສດເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ແລະ  2 ປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດປີ 2020.

        ຢູ່ນອກພິທີສະບານຕົວຮັບດຳລົງຕຳແໜ່ງການນຳອິນໂດເນເຊຍ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມີການພົບປະກັນນາຍົກລັດຖະມົນຕີກຳປູເຈຍ, ມາເລເຊຍ, ສິງກະໂປ, ອົດສະຕາລີ... ພົບປະກັບຮອງປະທານາທິບໍດີມຽນມາ, ຮອງນາຍົກລັດຖະມົນຕີໄທ, ລັດຖະມົນຕີການຕ່າງປະເທດລາວ…

ຕອບກັບ

ຂ່າວ/ບົດ​ອື່ນ