ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຝອງ ຕ້ອນຮັບຜູ້ປະສານງານສະຫະປະຊາຊາດ ປະຈຳ ຫວຽດນາມ

(VOVWORLD) -ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍ, ສະໜັບສະໜູນ ແລະ ແບ່ງປັນບົດຮຽນກັບສະພາແຫ່ງຊາດຫວຽດນາມ

ໃນຂອບເຂດກອງປະຊຸມ “ສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ”, ໃນຕອນບ່າຍວັນທີ 17 ທັນວາ, ທີ່ດາໜັງ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຫວຽດນາມ ຕ່ອງທິຝອງ ໄດ້ຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານສະຫະປະຊາຊາດ, ຫົວໜ້າບັນດາອົງການຕາງໜ້າສະຫະປະຊາຊາດປະຈຳ ຫວຽດນາມ.

ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຝອງ ຕ້ອນຮັບຜູ້ປະສານງານສະຫະປະຊາຊາດ ປະຈຳ ຫວຽດນາມ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຝອງ ຕ້ອນຮັບທ່ານ Kamal Malhotraຜູ້ປະສານງານສະຫະປະຊາຊາດ ປະຈຳ ຫວຽດນາມ (ພາບ: TTXVN )

ທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຝອງ ປາຖະໜາຢາກໃຫ້ UNDP ສົມທົບກັບຝ່າຍ ຫວຽດນາມ ມີບັນດາລາຍການຊ່ວຍບຳລຸງແຫຼ່ງສ້າງແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີທັກສະ, ຄວາມຮູ້ດ້ານກົດໝາຍສາກົນ ໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ, ເຂົ້າຮ່ວມສຶກສາຄົ້ນຄວ້າລະດັບຍຸດທະສາດ ແລະ ແກ້ໄຂບັນດາບັນຫາສາກົນ.

ທ່ານ Kamal Malhotra ໃຫ້ຮູ້ວ່າ ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍ, ສະໜັບສະໜູນ ແລະ ແບ່ງປັນບົດຮຽນກັບສະພາແຫ່ງຊາດຫວຽດນາມ,. ທ່ານ Kamal Malhotra ກໍ່ໄດ້ຊີ້ແຈ້ງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນບຸລິມະສິດສູງ ແລະ ບັນດາອົງການຂອງສະຫະປະຊາຊາດໄດ້ມີບັນດາແຜນການປະຕິບັດງານໄລຍະສັ້ນ, ກໍ່ຄືຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ແກ້ໄຂບັນດາສິ່ງທ້າທາຍນີ້. ໃນນັ້ນ ກອງທຶນດິນຟ້າອາກາດຂຽວ ພ້ອມແລ້ວທີ່ຈະສະໜັບສະໜູນບັນດາວິທີການແກ້ໄຂໄລຍະສັ້ນເຊັ່ນ: ເຮືອນຢູ່ໃຫ້ແກ່ປະຊາຊົນເຂດນ້ຳຖ້ວມ; ຢັ້ງຢືນວ່າ ສະຫະປະຊາຊາດ ປາຖະໜາຢາກໜູນຊ່ວຍຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ດ້ວຍເປົ້າໝາຍຊຸກຍູ້ພື້ນຖານເສດຖະກິດເຕີບໂຕຕາມທິດຍືນຍົງ ແລະ ກວມລວມ.

ຕອບກັບ

ຂ່າວ/ບົດ​ອື່ນ