ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກິມ​ເງິນ ພົບ​ປະ​ນັກຮົບ “​ເຮັດ​ວຽກ​ດີພັນ​ຢ່າງ” 72 ຄົນ

ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກິມ​ເງິນ ພົບ​ປະ​ນັກຮົບ “​ເຮັດ​ວຽກ​ດີພັນ​ຢ່າງ” 72 ຄົນ - ảnh 1
ພາບປະກອບ:internet


(vovworld) - ການ​ເຄື່ອນ​ໄຫວຫລາຍ​ຢ່າງ​ເພື່ອ​ສະ​ເຫລີ​ມສະຫລອງ 72 ປີ​ແຫ່ງ​ວັນ​ສ້າງ​ຄັ້ງ​ກອງ​ເຍົາວະ​ຊົນ​​ໂຮ່ຈິ​ມິນ ນຳ​ຫນ້າ (15/5/1941-15/5/2013) ​ໄດ້​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ. ​ຕອນ​ເຊົ້າ​ວັນທີ 15/5, ຢູ່ ຮ່າ​ໂນ້ຍ, ທ່ານນາງ ຫງວຽນທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ພົບ​ປະ​ສັງ​ສັນກັບນັກຮົບ “​ເຮັດ​ວຽກ​ດີພັນ​ຢ່າງ” 72 ຄົນ. ທ່ານນາງ​ຮອງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ: 50 ປີຜ່ານມາ, ຂະ​ບວນການ​ເຮັດ​ວຽກ​ດີພັນ​ຢ່າງ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຈາກ​​ ເຍົາວະ​ຊົນ​ໃນ​ທົ່ວ​ປະ​ເທດ, ສ້າງ​ເປັນ​ເຄື່ອງໝາຍ​ໃຫ້​ແກ່​ເຍົາວະ​ຊົນ ຫວຽດນາມ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນ​ດາ​ຜົນງານ​ພົ້ນ​ເດັ່ນ​ທີ່​ ບັນດານັກຮົບພິລະອາດຫານອາຍຸ​ນ້ອຍບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ຕັກ​ເຕືອນ​ໃຫ້​ບັນດາ​ນັກຮົບ​ເຍົາວະ​ຊົນ​ດຸ​ໝັ່ນ, ຮູ້​ຄວາມ, ພະຍາຍາມ​ຮຳ່ຮຽນ​ເພື່ອ​​ກາຍ​ເປັນ​ພົນລະ​ເມືອງ​ຜູ້​ທີ່​ດີ ມີຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຄອບຄົວ ​ແລະ ສັງຄົມ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ.

    ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ກໍ​ສະ​ເໜີ​ໃຫ້​ຄະນະ​ຊາວ​ໜູ່ມກອມ​ມູນິດ ​ໂຮ່ຈີ​ມິ​ນ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ປະຕິບັດ​ຖືກ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​ໃນ​ການ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປ້ອງ​ເດັກ. ສືບ​ຕໍ່​ທະວີ​ຄຸນ​ແບບຢ່າງນັກຮົບພິລະອາດຫານເຮັດວຽກ​ງານ​ດີພັນ​ຢ່າງ​ໃນ​ ໝູ່ນັກຮຽນ​ທົ່ວ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ມອບ​ທຶນ​ການ​ສຶກສາ​ໃຫ້ນັກຮົບພິລະອາດຫານເຮັດ​ວຽກ​ງານ​ດີ​ພັນຢ່າງ 72 ຄົນ.

ສະພາກ​ອງ​ເຍົາວະ​ຊົນ​​ໂຮ່ຈິ​ມິນ ນຳ​ຫນ້າ ຂັ້ນ​ສູງ​ກາງ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສຶກສາ​ມູນ​ເຊື້ອ. ອ້າຍ ຫງວຽນ​ຟູ​ເຈື່ອງ, ຮອງ​ປະທານ​ສະພາ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​ການ​ສຶກສາ​ໃຫ້​ພວກ​ນ້ອງ​ກ່ຽວ​ກັບ​ມູນ​ເຊື້ອ, ຄຸນຄ່າ​ອັນ​ດີງາມ​ຂອງ​​ເຍົາວະ​ຊົນ​ຫວຽດນາມ, ​ແນະນຳ​ໃຫ້​ພວກ​ນ້ອງ​ວຽກ​ງານ​ລະອຽດ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ນະ​ທາດ​ອັນ​ດີງາມ​ຂອງ​ເຍົາວະ​ຊົນ​ໃນ​ໄລຍະ​ໃຫມ່. ພິ​ເສດ ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ແນະນຳ​ໃຫ້​ພວກ​ນ້ອງ​ແຂ່ງຂັນ​ປະຕິບັດ​ຂະ​ບວນການ​ວຽກ​ດີ​ພັນ​ຢ່າງ, ​ໃນ​ນັ້ນ ມີ​ຂົງ​ເຂດ​ຮຳ່ຮຽນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຊ່ວຍ​ເຫລືອ​ໝູ່​ເພື່ອທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ… ຜ່ານ​ນັ້ນ​ເພື່ອ​ໃຫ້​ພວກ​ນ້ອງ​ປະກອບ​ກຳລັງ​​ເຫ່ືອ​ແຮງ, ​ເສີມ​ຂະຫຍາຍ​ນ້ຳ​ໃຈອາຍຸ​ຫນ້ອຍ​ເຮັດ​ວຽກ​ນ້ອຍ, ​ເອົາ​ວຽກ​ດີ​ຂອງ​ຕົນ​ສ້າງ​ຜົນງານ​ຂຳ່​ນັບ​ຊົມ​ເຊີຍ​ວັນສ້າງຕັ້ງ​ກອງ​ເຍົາວະ​ຊົນ​ໂຮ່ຈິ​ມິນ​ນຳ​ຫນ້າ.”

 

 

ຂ່າວ/ບົດ​ອື່ນ