ຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມ
(ພາບ: http://baotintuc.vn/)
|
(vovworld)- ຕອນເຊົ້າວັນທີ 27/4, ຢູ່ເມືອງ ບາຈີ ແຂວງ ເບັນແຈ, ກອງທຶນນ້ຳນົມ “ ຫວຽດນາມ ບືນຕົວຂຶ້ນ” ສັງກັດກອງທຶນຊ່ວຍເຫຼືອເດັກ ຫວຽດນາມ-ກະຊວງແຮງງານທະຫານເສຍອົງຄະສັງຄົມ ໄດ້ຈັດພິທີມອບນ້ຳນົມໃຫ້ແກ່ເດັກໃນແຂວງເບັນແຈ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຝ້າມທິຫາຍຈວຽນ ລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະສັງຄົມຫວຽດນາມ ໃຫ້ຂໍ້ສັງເກດວ່າ : ໃນສະພາບປະເທດຊາດປະຈຸບັນ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ ຍັງມີເດັກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່່າງ, ໂຄງການເຄື່ອນໄຫວຂອງ ກອງທຶນນ້ຳນົມ “ ຫວຽດນາມບືນຕົວຂຶ້ນ” ໄດ້ປະກອບສ່ວນຊ່ວຍເດັກນັບແສນຄົນມີເງື່ອນໄຂພັດທະນາຮອບດ້ານ. ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ມອບນ້ຳນົມເກືອບ 77.000 ປອງໃຫ້ແກ່ເດັກສັງກັດໂຮງຮຽນປະຖົມຕາແສງ ອານດຶກ ແລະ ບາງທ້ອງຖິ່ນອື່ນໃນແຂວງເບັນແຈເປັນຂອງຂວັນ, ມອບ 100 ທຶນສຶກສາແຕ່ລະທຶນມີມູນຄ່າ 1 ລ້ານດົງໃຫ້ແກ່ນັກຮຽນທຸກຍາກ ແຕ່ບືນຕົວຂຶ້ນຮ່ຳຮຽນ......