ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັ​ບ​ເລ​ຂາ​ທິ​ການ​ໃຫ​ຍ​່​ພັກ​ແຮງ​ງານ​ເມັກ​ຊີ​ໂກ

(VOVWORLD) -ຕອນບ່າຍວັນທີ 27 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຝ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alberto Anaya Gutierrez ເລຂາທິການໃຫຍ່ພັກແຮງງານເມັກຊີໂກ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັ​ບ​ເລ​ຂາ​ທິ​ການ​ໃຫ​ຍ​່​ພັກ​ແຮງ​ງານ​ເມັກ​ຊີ​ໂກ - ảnh 1

ທ່ານນາງ ຕ່ອງທິຝ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alberto Anaya Gutierrez ເລຂາທິການໃຫຍ່ພັກແຮງງານເມັກຊີໂກ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຝ໊ອງ ເນັ້ນໜັກວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືໃນຫຼາຍດ້ານກັບ ເມັກຊີໂກ. ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງທັງສອງຝ່າຍ, ການພົວພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດຈະນັບມື້ນັບພັດທະນາດີງາມກ່ວາອີກ.

ສ່ວນທ່ານ Alberto Anaya Gutierrez ເລຂາທິການໃຫຍ່ພັກແຮງງານເມັກຊີໂກ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະຊຸກຍູ້ ແລະ ເພີ່ມທະວີການເຄື່ອນໄຫວແລກປ່ຽນສອງຝ່າຍລະຫວ່າງ ສະພາແຫ່ງຊາດສອງປະເທດໃຫ້ຫຼາຍກ່ວາອີກ, ສະເໜີໃຫ້ ມີກົນໄກຜັດປ່ຽນກັນຈັດຕັ້ງກອງປະຊຸມລະຫວ່າງ ສອງຝ່າຍ, ປີໜຶ່ງຈັດຕັ້ງຢູ່ ເມັກຊີໂກ ແລະ ປີໜຶ່ງຈັດຕັ້ງຢູ່ ຫວຽດນາມ; ສະພາແຫ່ງຊາດສອງປະເທດສາມາດສ້າງຕັ້ງກົນໄກແລກປ່ຽນກ່ຽວກັບຂໍ້ມູນຂ່າວສານ, ວັດທະນະທຳ, ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ