ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບປະທານສະພາສະຫະພັນລັດເຊຍ
ພາບປະກອບ
(vovworld) – ໃນຂອບເຂດກອງປະຊມລັດຖະສະພາລະຫວ່າງຊາດ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 35 (AIPA 35), ຕອນບ່າຍວັນທີ 19/9, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Valentina Ivanovna Matviyenko, ປະທານສະພາສະຫະພັນ (ສະພາສູງ) ລັດເຊຍ.
ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ ສະເໜີໃຫ້ 2 ຝ່າຍສືບຕໍ່ກົນໄກແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຫັນການພົວພັນ 2 ຝ່າຍຜ່ານບັນດາການຮ່ວມມືຂອງພັກ, ສະພາແຫ່ງຊາດ, ກະຊວງ, ຂະແໜງການ, ທ້ອງຖີ່ນ, ວິສາຫະກິດ ແລະ ພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດເປັນຫຼາຍຮູບຫຼາຍແບບ, ສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກຳມາທິການ, ກຸ່ມສະມາຊິກສະພາແຫ່ງຊາດຍຸດທະສາດ… ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມທະວີ, ພັດທະນາການພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ສືບຕໍ່ຕິດຕາມກວດກາການປະຕິບັດບັນດາສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມ, ສະເໜີໃຫ້ ສະພາດູມາແຫ່ງຊາດ (ສະພາຕ່ຳ) ລັດເຊຍ ສະໜັບສະໜູນວິວັດທະນາການເຈລະຈາສັນຍາການຄ້າລະຫວ່າງ ຫວຽດນາມ ກັບພັນທະພາບພາສີ ລັດເຊຍ, ກາຢັກສະຖານ, ເບລາຣຸດ, ສ້າງເງື່ອນໄຂໃຫ້ຊາວ ຫວຽດນາມ ດຳລົງຊີວິດ, ເຮັດວຽກຢູ່ ສະຫະພັນ ລັດເຊຍ.