ທ່ານນາງ ຕ່ອງທິຟ໋ອງ ພົບປະສັງສັນຜູ້ຕາງໜ້າ
ສູນວັດທະນະທຳ - ການຄ້າ ຮ່າໂນ້ຍ ມົດສກຸ
(ພາບ: vov.vn)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາງ Valentina Matvienko, ປະທານ ສະພາສູງລັດເຊຍ, ທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ພວມມີການຢ້ຽມຢາມ ລັດເຊຍ ແລະ ຈະເຂົ້າຮ່ວມເວທີປາໄສແມ່ຍິງ ອາຊີ - ເອີລົບ ໃນວັນທີ 24/9.
ຕອນເຊົ້າວັນທີ 20/9, ຄະນະຜູ້ແທນໄປເຖິງສະໜາມຫລວງ ໂຮ່ຈີມິນ ຢູ່ນະຄອນຫລວງ ມົດສະກຸ ວາງພວງມາລາອາໄລຫາ ປະທານໂຮ່ຈີມິນ. ຄະນະກໍວາງພວງມາລາຢູ່ແປວໄຟອະມະຕະ, ອາໄລຫານັກຮົບນິລະນາມທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າສຸສານໄຫວ້ອາໄລຜູ້ນຳກອມມູນິດ Vladimir Ilich Lenin.
ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ພົບປະສັງສັນກັບຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມ, ຄະນະຂອງປະຊາຄົມຊາວ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ທີ່ສູນວັດທະນະທຳ - ການຄ້າ ຮ່າໂນ້ຍ ມົດສກຸ. ທ່ານນາງ ຕ່ອງທິຟ໋ອງ ແບ່ງປັນກັບພໍ່ແມ່ປະຊາຄົມຊາວ ຫວຽດນາມ ກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບບັນດາບັນຫາ ເຊິ່ງພໍ່ແມ່ປະຊາຄົມຊາວ ຫວຽດນາມ ສົນໃຈຄື: ຮັບປະກັນຊີວິດການເປັນຢູ່ເປັນປົກກະຕິ, ເໝາສົມກັບກົດໝາຍປະເທດລັດເຊຍ; ໂຄສະນາເຜີຍແຜ່ບັນດາເນື້ອໃນໃໝ່ຂອງກົດໝາຍ ຫວຽດນາມ…ທ່ານນາງ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ:
“ ເອົາໃຈໃສ່ເບິ່ງແຍງເຖິງຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມຕື່ມອີກ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນທຳມາຫາກິນ…ນັ້ນແມ່ນບັນດາແຜນນະໂຍບາຍໃຫຍ່. ໃນການພົບປະຄັ້ງນີ້, ຕາງໜ້າຄະນະຜູ້ແທນຫວຽດນາມ ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ລັດເຊຍ ອວຍພອນໃຫ້ທຸກຄົນມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສືບຕໍ່ສ້າງປະຊາຄົມຊາວ ຫວຽດນາມ ຢູ່ ລັດເຊຍ ໃຫ້ນັບມື້ນັບພັດທະນາກວ່າອີກ, ປະກອບສ່ວນເຂົ້າໃນການກໍ່ສ້າງປະເທດ ລັດເຊຍ ແລະ ເພີ່ມທະວີການພົວພັນ ຫວຽດນາມ - ລັດເຊຍ.”
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ມອບໃຫ້ສະມາຄົມຊາວ ຫວຽດນາມ ຢູ່ ລັດເຊຍ ຮູບພາບທີ່ເປັນສັນຍາລັກຫໍສະພາແຫ່ງຊາດ ຫວຽດນາມ.