ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງເງະອານ
ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ
(ພາບ: truyenhinhnghean.vn)
(vovworld) – ໃນລະຫວ່າງວັນທີ 9 ແລະ 10/2, ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດງານສູນກາງໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ເມືອງ ກູ່ຍເຈົາ (Quỳ Châu) ແລະ ເມືອງ ເກ໋ວຟອງ (Quế Phong), ແຂວງ ເງະອານ. ທ່ານນາງ ຕ່ອງທິຟ໋ອງ ສະເໜີໃຫ້ບັນດາທ້ອງຖີ່ນໃນແຂວງ ເງະອານ ສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ປົກປ້ອງ ແລະ ປົກປັກຮັກສາສີສັນວັດທະນະທຳຂອງຊາດ, ພ້ອມທັງປະຕິບັດບັນດາມາດຕະການພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງມີປະສິດທິຜົນ. ເນື່ອງໃນໂອກາດນີ້, ທ່ານນາງ ຕ່ອງທິຟ໋ອງ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ ແລະ ບາງຄອບຄົວເປົ້າໝາຍນະໂຍບາຍຢູ່ທ້ອງຖີ່ນ.