ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກກັບສະຖານທູດຫວຽດນາມປະຈຳເຢຍລະມັນ
ທ່ານນາງຕ່ອງທິຟ໋ອງເຮັດວຽກກັບສະຖານທູດຫວຽດນາມຢູ່ Berlin
(ພາບ: DucChung/TTXVN)
(vovworld) – ໃນລະຫວ່າງວັນທີ 26 – 27/9, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດນຳໜ້າ ມາຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ຫວຽດນາມ ຢູ່ Berlin, ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ເຢຍລະມັນ ແລະ ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳ, ພົບປະແລກປ່ຽນຕ່າງໆຢູ່ນະຄອນຫລວງ Berlin. ກ່າວຄຳເຫັນກັບພະນັກງານ, ພາລະກອນສະຖານທູດ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີສະຖານທູດສືບຕໍ່ປະຕິບັດວຽກງານທຸກດ້ານໃຫ້ດີກ່ວາອີກ ເພື່ອປະກອບສ່ວນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ໃນສະພາບການໃໝ່ຢ່າງແທດຈິງ. ທີ່ການພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ, ເຊິ່ງຈັດຕັ້ງທີ່ສູນຫວຽດນາມ ຢູ່ນະຄອນຫລວງ Berlin, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ແຈ້ງບາງຈຸດໃຫຍ່ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນເວລາມໍ່ໆມານີ້; ນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບຫລາຍແບບ, ຫັນເປັນຫລາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຂອງພັກ ແລະ ລັດໃນສະພາບການໃໝ່ ກໍຄືການພັດທະນາແຮງຂອງການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ເຢຍລະມັນ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກໍເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫລອງງານວາງສະແດງຮູບພາບ ແລະ ສັບປະດາສາຍຮູບເງົາ “ຫວຽດນາມ - ຈຸດມັດພົບສາກົນ 2015” ໂດຍກະຊວງຖະແຫຼງຂ່າວ - ສື່ສານ ເປັນເຈົ້າພາບຈັດຕັ້ງ ເພື່ອແນໃສ່ແນະນຳຮູບພາບປະເທດຊາດ ຫວຽດນາມ ປ່ຽນໃໝ່, ມີຄວາມສາມາດບົ່ມຊ້ອນຫລວງຫລາຍ, ພວມກ້າວຂຶ້ນບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາຢ່າງໝັ້ນຄົງ.