ຮອງປະທານສະພາແຫ່ງຊາດຟູງກວກຫຽນຕ້ອນຮັບຄະນະຜູ້ແທນປະຊາຄົມວິສາຫະກິດອາເມລິກາ-ອາຊຽນ
ທ່ານ ຟູງກວກຫຽນ ຕ້ອນຮັບ ທ່ານ Alexander C Feldman
(ພາບ:ຈູງແທ່ງ)
(vovworld) – ຕອນບ່າຍວັນທີ 25/08 ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູງ ກວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນປະຊາຄົມວິສາຫະກິດ ອາເມລິກາ - ອາຊຽນ ໂດຍປະທານປະຊາຄົມວິສາຫະກິດ ອາເມລິກາ - ອາຊຽນ ທ່ານ Alexander C Feldman ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟູງກວກຫຽນ ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຕ່າງປະເທດເຂົ້າລົງທຶນ ແລະ ເປີດກ້ວາງການດຳເນີນທຸລະກິດ, ການຜະລິດ ໃນນັ້ນມີບັນດາວິສາຫະກິດ ອາເມລິກາ. ທ່ານຮອງປະທານສະພາແຫ່ງຊາດ ສະເໜີບັນດາວິສາຫະກິດ ອາເມລິກາ ເມື່ອດຳເນີນບັນດາການເຄື່ອນໄຫວຢູ່ ຫວຽດນາມ ຄວນເອົາໃຈໃສ່ກ່ວາອີກ ກ່ຽວກັບບັນຫາສິ່ງແວດລ້ອມ, ຍົກສູງຄວາມຮັບຜິດຊອບທາງດ້ານສັງຄົມ, ຊ່ວຍເຫຼືອ ຫວຽດນາມ ສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຢີ…ມຸ່ງໄປເຖິງຈຸດໝາຍພັດທະນາແບບຍືນຍົງ. ກ່ຽວຂ້ອງເຖິງເລື່ອງ ຜັນຂະຫຍາຍການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) ທ່ານຮອງປະທານສະພາແຫ່ງຊາດໃຫ້ຮູ້ວ່າ: ປະຈຸບັນ ສະພາແຫ່ງຊາດ ຫວຽດນາມ ພວມກວດກາ, ປັບປຸງລະບົບກົດໝາຍໃຫ້ເໝາະສົມກັບ TPP ແລະ ຈະພິຈາລະນາ ໃຫ້ສັດຕະຍາບັນສັນຍາ TPP ໃນໄລຍະໄວທີ່ສຸດ. ເນື່ອງໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ຟູງກວກຫຽນ ປາດຖະໜາວ່າ: ອາເມລິກາ ໃຫ້ສັດຕະຍາບັນ, ເພື່ອໃຫ້ສັນຍາ TPP ມີຜົນສັກສິດໂດຍໄວ ແລະ ເໝາະສົມກັບຜົນປະໂຫຍດລວມທັງດ້ານເສດຖະກິດ, ການເມືອງຂອງບັນດາປະເທດ ແລະ ພາກພື້ນ.