ຮອງປະທານສະພາແຫ່ຊາດ Tong Thi Phong ມອບຂອງຂວັນໃຫ້ພວກເດັກນ້ອຍ
ພວກຫຼານນ້ອຍມ່ວນຊືນໃນບຸນເດັກນ້ອຍວັນເພັງເດືອນ 8 (ພາບປະກອບ)
|
vovworld- ຕອນບ່າຍວັນທີ 26/9, ທ່ານນາງຮອງປະທານສະພາແຫ່ຊາດຫວຽດນາມ Tong Thi Phong ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ພວກເດັກຢູ່ສູນຊ່ວຍເຫຼືອສັງຄົມສາຂາເຮືອນເລກທີ່ 210 ຖະໜົນ ຟານໂບ້ຍເຈົາ ນະຄອນບວນມາຖວດເນື່ອງໃນໂອກາດບຸນເດັກນ້ອຍວັນເພັງເດືອນ 8 . ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ຊາດຫວຽດນາມ Tong Thi Phong ໄດ້ຍ້ອງຍໍຊົມເຊີຍບັນດາພະນັກງານ, ພາລະກອນສັງກັດ ສູນຊ່ວຍເຫຼືອສັງຄົມແຂວງດັກລັກໃນການເບິ່ງແຍງ ແລະ ລ້ຽງດູເດັກກຳພ້າກຳພອຍ, ຜູ້ເຖົ້າຜູ້ແກ່ຢູ່ປຽວ, ຄົນພິການ ແລະເດັກຂ້າງຖະໜົນ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Tong Thi Phong ຢືນຢັນວ່າ ນີ້ແມ່ນຮູບແບບຕົວຢ່າງຊຶ່ງບັນດາທ້ອງຖິ່ນອື່ນຄວນປະຕິບັດຕາມ ແລະ ທະວີຄູນໃຫ້ຫຼາຍຂຶ້ນ. ທ່ານນາງຮອງປະທານສະພາແຫ່ຊາດຫວຽດນາມ Tong Thi Phong ໄດ້ຢື້ຢາມຖາມຂ່າວເຖິງຊີວິດການເປັນຢູ່ ແລະ ການຮ່ຳຮຽນ, ພ້ອມກັນນັ້ນ ທ່ານນາງກໍລະດົມກຳລັງໃຈແກ່ພວກຫຼານອະນຸຊົນ ຈົ່ງບືນຕົວຂຶ້ນຍາດໄດ້ຜົນງານທີ່ດີໃນການຮ່ຳຮຽນ ແລະ ຫວັງວ່າຂອງຂວັນທ່ີທ່ານນາງມອບໃຫ້ນັ້ນຈະຊ່ວຍພວກເດັກຕ້ອນຮັບບຸນເດັກນ້ອຍວັນເພັງເດືອນ 8 ຢ່າງເບີກບານມວ່ນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍ.